ກອງ​ປະຊຸມ​ປະຈຳ​ປີ 2017 ​ເວທີ​ປຶກສາ​ຫາລື​ໂປ​ອາວ​ຈະ​ຈັດ​ກິດຈະກຳ​ຫົວ​ຂໍ້​ແຂວງ​ໄຫ​ຫຼຳ 13 ລາຍການ
2017-03-21 12:00:04  cri 
ຕາມ​ຂ່າວສານ​ຈີນ:​ເຈົ້າ​ໜ້າ​ທີ່​ຮັບ​ຜິດ​ຊອບ​ກອງ​ປະຊຸ​ມ​ປະຈຳ​ປີ 2017 ເວທີ​ປຶກສາ​ຫາລືອາຊີ​​ໂປ​ອາວ​ໄດ້​ຖ​ະ​ແຫຼງຂ່າວ​ວ່າ,​ໃນ​ໄລຍະ​ຈັດ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ປະຈຳ​ປີ​ນີ້​ຈະ​ຈັດ​ກິດຈະກຳ​ຫົວ​ຂໍ້​ແຂວງ​ໄຫ​ຫຼຳ 13 ລາຍການ​ແລະ​ຈະ​​​ເຜີຍ​ແຜ່​ບົດ​ລາຍ​ງານ​ການ​ພັດທະນາ​ເສດຖະກິດ​ເກາະດອນ​ທົ່ວ​ໂລກ​ປີ 2016.
ກອງ​ປະຊຸມ​ປະຈຳ​ປີ 2017 ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 23 ຫາ 26 ມີນາ​ນີ້​​ໃນ​ຫົວ​ຂໍ້ "ຜະ​ເຊີນ​ໜ້າ​ກັບ​ໂລກາ​ພິວັດ​ແລະ​ອະນາຄົດ​ຂອງ​ການ​ຄ້າ​ເສລີ"​ໂດຍ​ຈະ​ຈັດ​ເວທີ​ປຶກສາ​ຫາລືຍ່ອຍ 42 ຮອບ​ແລະ​ການ​ເຈລະຈາ​ພາຍ​ໃນ 12 ຮອບ​ໂດຍ​ການປຶກສາ​ຫາລືຍ່ອຍ​ໃນ​ຫົວ​ຂໍ້​ທະ​ເລ​ຈີນ​ໃຕ້​ໃນ​ຄັ້ງ​ນີ້​ຈະ​ຖື​ເອົາ​ກາ​ນກໍ່ສ້າງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21 ​ແລະ​ການ​ຮ່ວມ​ກັນ​ພັດທະນາ​ພາກ​ພື້ນ​ຜ່ານ​ທະ​ເລ​ຈີນ​ໃຕ້:​ໂອກາດ​ແລະ​ການ​ຮ່ວມ​ມືພາຍ​ໃຕ້​ສະຖານະ​ການ​ໃໝ່"​ເປັນ​ຫົວ​ຂໍ້ຫຼັກ​ໂດຍ​ຈະ​ມີຜູ້​ແທນ 70 ກວ່າ​ທ່ານ​ຈາກ 10 ກວ່າ​ປະ​ເທດ​ແລະ​ເຂດ​ແຄ​ວ້ນ​ເຊັ່ນ​ອິນ​ໂດ​ເນ​​ເຊຍ,​ໄທ,ມາ​ເລ​ເຊຍ​ແລະ​ຟິລິບ​ປິນ​ເປັນ​ຕົ້ນ​​ເຂົ້າ​ຮ່ວມ​ກອງ​ປະຊຸມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ