ຄວາ​ມຈະ​ເລີ​ນສີວິ​ໄລ​ແລະ​ການ​ພັດທະນາ​ຂອງ​ກຳປູ​ເຈຍ​ບໍ່​ສາມາດຕັ​ດ​ແຍກ​ອອກ​ຈາກ​ຈີນໄດ້
2017-03-21 14:26:29  cri 
ຕາມ​ຂ່າວສານ​ຈີນ: ຂະນະ​ທີ່ທ່ານ​ຮຸນ​ເຊັນ ນາຍົກລັດຖະມົນຕີກຳປູ​ເຈຍ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ທ່ານວາງ​ໂຊ​ວ​ເວີນ ຮອງ​ລັດຖະມົນຕີ​ກະຊວງ​ການ​ຄ້າ​ຈີນ​ໃນ​ວັນ​ທີ 20 ມີນາ​ນີ້, ທ່ານ​ໄດ້​ກ່າວ​ວ່າ, ຄວາມ​ຈະ​ເລີ​ນສີວິ​ໄລ​ແລະ​ການ​ພັດທະນາ​ຂອງ​ກຳປູ​ເຈຍ​ທັງ​ໃນ​ປັດຈຸບັນ​ແລະ​ອະ​ນາ​ຄົດ​ບໍ່​ສາມາດຕັດ​ແຍກ​ອອກ​ຈາກ​ຈີນ​ໄດ້. ຈາກ​ນີ້​ຈິ່ງ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ແລະ​ຫວັງ​ໃຫ້​ຈີນ​ສືບ​ຕໍ່​​ຊ່ວຍ​ເຫຼືອ​ ພ້ອມ​ທັງ​ດຶງ​ດູດ​ນັກ​ລົງທຶນ ​ແລະ​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ລົງທຶນ​ແລະ​ທ່ອງ​ທ່ຽວ​ຢູ່​ປະ​ເທດ​ຕົນ​ໃຫ້​ນັບມື້​​ຫຼາຍ​ຂຶ້ນ.

​ໃນ​ໂອກາດ​ເຂົ້າ​ຢ້ຽມ​ຄຳນັບ​ນາຍົກ​ລັດຖະມົນຕີ​ກຳປູ​ເຈຍ, ທ່ານ​ວາງ​ໂຊ​ວ​ເວີນ​​ໄດ້​ສົ່ງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຂອງທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ ​ແລະ​ທ່ານ​ຫຼີ​ເຄີ້ສຽງ ນາຍົກ​ລັດ​ຖະມົນຕີ​ຈີນ​ເຖິງ​ທ່ານ​ຮຸນ​ເຊັນ ​ແລະ​ກ່າວ​ວ່າ, ຈີນ​ແລະ​ກຳປູ​ເຈຍ​ເປັນ​ບ້ານ​​ໃກ້​ເຮືອນ​ຄຽງ​ທີ່​ດີ ​ແລະ​​ເພື່ອນມິດ​ທີ່​ດີ ​ແລະ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ກາຍ​ເປັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບດ້ານ. ຜ່ານ​ມາ​ກໍ​ຄື​ປັດຈຸບັນ ຈີນ​ໄດ້​ນຳ​ເຂົ້າ​ຫຼາຍຜະລິດ​ຕະພັນ​​ຈາກ​ກຳປູ​ເຈຍ ​ໂດຍ​ສະ​ເພາະ​ແມ່ນ​ເຂົ້າສານ​ທີ່​ປະຊາຊົນ​ຈີນ​ນິຍົມ​ຊົມ​ຊອບ​​ຫຼາຍ.

ທ່ານ​ວາງ​ໂຊ​ວ​ເວີນ​ກ່າວ​ຕື່ມ​ວ່າ, ຈາກ​ນີ້​ໄປ ຈະ​ເຮັດໃຫ້​ຜະລິດ​ຕະພັນ​ກະສິກຳ​ກຳປູ​ເຈຍ​ ​ເຂົ້າ​ສູ່ຕະຫຼາດ​ຈີນ​ຫຼາຍ​ກວ່າ​ເກົ່າ ທັງ​ຈະ​ສົ່ງ​ເສີມ​​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ກຳປູ​ເຈຍ​ໃຫ້​ນັບ​ມື້​​ຫຼາຍ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ