​ປາຕິຫານ 44 ຄົນຢູ່ເຮືອບິນຊູ​ດັງ​ໃຕ້​ລອດ​ຫຼັງ​ຕົກ​ແລະ​ລະ​ເບີດ
2017-03-21 15:13:38  cri 
ຕາມ​ຂ່າວສາ​ນຊິນ​ຮວາ: ​​ເກີດ​ອຸບັດ​ເຫດເຮືອບິນ​ໂດຍສານ​ຂະໜາດ​ນ້ອຍ​ລຳ​ໜຶ່ງ​​ຕົກ​ແລະ​ເກີດ​ໄຟ​​ໄໝ້​​ທັງລະ​ເບີດ​ຂຶ້ນ ກ່ອນ​ຈະ​ລົງ​ຈອດ​ຢູ່​ສະໜາມ​ບິນ​ວາ​ອູ​ປະ​ເທດ​ຊູ​ດັງ​ໃຕ້​ໃນ​ຕອນ​ບ່າຍ​ວັນ​ທີ 20 ມີນາ​ນີ້. ໜ່ວຍ​ທະຫານ​ຊ່າງ​ແລະ​ປິ່ນປົວ​ຈີນ​ປະຈຳ​ວາ​ອູ​ປະ​ເທດ​ຊູ​ດັງ​ໄດ້​ເຂົ້າ​ຮ່ວມຊ່ວຍ​ເຫຼືອ ຫຼັງ​ເກີດ​ອຸບັດ​ເຫດ​ກໍ​ເກີດ​ປາຕິຫານ ​ເມື່ອ 44 ຄົນ​ຢູ່ເຮືອບິນ​​ລອດ​ຊີວິດ, ​ແຕ່​ແນວ​ໃດ​ກໍ​ດີ ມີ 9 ຄົນ​​ບາດ​ເຈັບ​​ແລະ​ໄດ້​ນຳ​ສົ່ງໄປ​ປິ່ນປົວ​ຢູ່​ໂຮງໝໍ, ປັດຈຸບັນ​ຍັງ​ບໍ່​ຮູ້​ສາ​ເຫດຂອງ​ການ​ເກີດ​ອຸບັດ​ເຫດ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ