ອັງ​ກິດ​ຈະ​ເລີ່ມ​ຂັ້ນ​ຕອນ​ການ​ຖອນ​ອອກ​ຈາກສະ​ຫະ​ພາບ​ເອີ​ຣົບ​ໃນ​ທ້າຍ​ເດືອນນີ້
2017-03-21 16:10:31  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ໂຄ​ສົກ​ລັດ​ຖ​ະ​ບານ​ອັງ​ກິດ​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ໃນ​ວັນ​ທີ 20 ມີ​ນານີ້​ວ່າ, ທ່ານ​ນາງ ເທ​ເຣ​ຊາ ​ເມ ນ​າ​ຍົກ​ລັດ​ຖະ​ມົນ​ຕີ​ຈະ​ປະ​ກາດ​ເລີ່ມ​ປະ​ຕິ​ບັດ​ມາດ​ຕ​າ​ທີ 50 ຂອງ 'ສັນ​ຍາ​ລິ​ສບອນ' ແລະ​ເລີ່ມ​ຕົ້ນ​ຂັ້ນ​ຕອນ​ການ​ຖອນ​ອອກ​ຈາກສະ​ຫະ​ພາບ​ເອີ​ຣົບຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 29 ມີ​ນານີ້.

    ໂຄ​ສົກ​ທ່ານນີ້​ກ່າວ​ວ່າ, ທ່ານ​ນາງ ເທ​ເຣ​ຊາ ​ເມ ຈະ​ສົ່ງ​ຈົດ​ໝາຍ​ໄປ​ຫາ​ອີກ 27 ປະ​ເທດ​ສະ​ມາ​ຊິກ​ຂອງ​ສະ​ຫະ​ພາບ​ເອີ​ຣົບ ເພື່ອ​ແຈ້ງ​ໃຫ້​ຊາບ​ການ​ຕົກ​ລົງ​ດັ່ງ​ກ່າວ​ຂອງ​ປະ​ເທດ​ຕົນ ແລະ​​ຫວັງ​ຈະ​ໄດ້​ເຈ​ລະ​ຈາ​ກັບ​ສະ​ຫະ​ພາບ​ເອີ​ຣົບ​ໂດຍ​ໄວ. ແນວ​ໃດ​ກໍ​ດີ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ປະ​ເທດ​ຕົນ​ປະ​ຈຳ​ສະ​ຫະ​ພາບ​ເອີ​ຣົບ ​ກໍໄດ້​ແຈ້ງ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ໃຫ້​ສະ​ພາ​ມົນ​ຕີ​ສະ​ຫະ​ພາບ​ເອີ​ຣົບ​ໃນ​ມື້​ດຽວ​ກັນ​ແລ້ວ.

    ຂ່າວ​ແຈ້ງວ່າ, ອັງ​ກິດ​ແລະ​ສະ​ຫະ​ພາບ​ເອີ​ຣົບ ​ຈະ​ໃຊ້​ເວ​ລາ 6 ເດືອນ​ເພື່ອ​ກຳ​ນົດ​ວ່າ​ຈະ​ເຈ​ລະ​ຈາ​ແນວ​ໃດ, ສ່ວນ​ການ​ເຈ​ລະ​ຈາ​ຢ່າງ​ແທ້​ຈິງນັ້ນ ຕ້ອງ​ລໍ​ຖ້າ​ຜົນ​ສຳ​ເລັດ​ຂອງ​ການ​ເລືອກ​ຕັ້ງ​ຢູ່​ຝ​ຣັ່ງ​ແລະ​ເຢຍ​ລະ​ມັນໃນ​ປີນີ້​ແລ້ວ ຈຶ່ງ​ຈະ​ເລີ່ມ​ຕົ້ນ ແລະ​ຜົນ​ການ​ເລືອກ​ຕັ້ງ​ກໍ​ຈະ​ມີ​ຜົນ​ສະ​ທ້ອນ​ຕໍ່​ການ​ເຈ​ລະ​ຈາດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ