ສ​ປ​ຊ ​ຮຽກ​ຮ້ອງ​ໃຫ້​ສ​ປ​ປ​ເກົາຫຼີ​ປະ​ຕິ​ບັດ​ມະ​ຕິ​ສະ​ພາ​ຄວາມ​ໝັ້ນ​ຄົງ
2017-03-21 16:13:20  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ວັນ​ທີ 20 ມີ​ນານີ້, ທ່ານ ຮາກ ຮອງ​ໂຄ​ສົກ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ໃນ​ກໍ​ລະ​ນີ​ທີ່​ສ​ປ​ປ​ເກົາ​ຫຼີ​ດຳ​ເນີນ​ການ​ທົດ​ລອງ​ມໍ​ເຕີຂອງ​ຈະຫຼວດ​ເມື່ອມໍ່ໆ​ນີ້ວ່າ, ທ່ານ ອັນ​ໂຕ​ນີ​ໂອ ກູ​ເທີ​ເລັ​ສ ເລ​ຂາ​ທິ​ການ​ໃຫຍ່ ​ໄດ້​ຮຽກ​ຮ້ອງໃຫ້​ສ​ປ​ປ​ເກົາ​ຫຼີ​ຈົ່ງ​ປະ​ຕິ​ບັດ​ຕາມ​ມະ​ຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ຢ່າງ​ຮອບ​ດ້ານ ແລະ​ຫຼີກ​ເວັ້​ນ​ບໍ່​​ໃຫ້ທ້າ​ທາຍ​ເກາະ​ຜິດ​ຕື່ມ​ອີກ.

    ທ່ານ ຮາກ ໄດ້​ຕອບ​ຄຳ​ຖາມໃນ​ການ​ຖະ​ແຫຼງ​ຂ່າວໃນມື້​ດຽວ​ກັນ​ວ່າ, ທ່ານ ກູ​ເທີ​ເລັ​ສ ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ສ​ປ​ປ​ເກົາຫຼີ​ທີ່​ດຳ​ເນີນ​ການ​ທົດ​ລອງ​ຍິງ​​ຂີ​ປະ​ນາ​ວຸດປະ​ເພດ​ຕ່າງໆ ແລະ​ຮຽກ​ຮ້ອງ​ໃຫ້​ສ​ປ​ປ​ເກົາຫຼີ​ຈົ່ງ​ປະ​ຕິ​ບັດ​ຕາມ​ມະ​ຕິ​ທີ່ກ່ຽວ​ຂ້ອງ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ຢ່າງ​ຮອບ​ດ້ານ, ຫຼີກ​ເວັ້ນ​ບໍ່​ໃຫ້​ທ້າ​ທາຍ​ເກາະ​ຜິດ​ຕື່ມ​ອີກ ແລະ​ປະ​ຕິ​ບັດ​ພັນ​ທະ​ສາ​ກົນ​ຂອງ​ຕົນ​ຢ່າງ​ຮອບ​ດ້ານ.

    ຂ່າວ​ສານ​ສູນ​ກາງ​ເກົາຫຼີ​ລາຍ​ງານ​ໃນ​ວັນ​ທີ 19 ມີ​ນານີ້​ວ່າ, ປະ​ເທດ​ຕົນ​ໄດ້​ດຳ​ເນີນ​ການ​ທົດ​ລອງ​ເຄື່ອງ​ມໍ​ເຕີ​ຂອງ​ຈະຫຼວດ​ທີ່​ມີ​​ສະ​ມັດ​ຕະ​ພາບ​ສູງ​ຮຸ້ນ​ໃໝ່​ຢູ່​ເທິງ​ໜ້າ​ດິນ​ເມື່ອມໍ່ໆ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ