ໂຮງ​ຮຽນ​ຊັ້ນ​ສູງ​ຈີນ​ໄທ​ຮັບ​ສະ​ໝັກ​ນັກ​ສຶກ​ສາ​ຢູ່​ໄທ
2017-03-21 16:20:26  cri 
    ຕາມ​ຂ່າວ​ສານ​ຈີນ: ພິ​ທີ​ເຊັນ​ສັນ​ຍາວ່າ​ຈ້າງ​ເອົາ​ຫົວ​ໜ້າ​​ກິ​ຕິ​ມະ​ສັກ​ສະ​ຖາ​ບັນ​ຢາ​ງ​ພາ​ລາ​ສາ​ກົນ​ໄທ-ຈີນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດ​ເຕັກ​ນິກ​​ຊິ່ງ​ຕາວ ໄດ້​ຈັດ​ຂຶ້ນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຊິ່ງ​ຕາວ​ໃນ​ວັນ​ທີ 21 ມີ​ນານີ້ ໂດຍ​ໃນ​ສັນ​ຍາ​ດັ່ງ​ກ່າວ​ໄດ້​ຕົກ​ລົງ​ເລີ່ມ​ຮັບ​ສະ​ໝັກ​ນັກ​ສຶກ​ສາງວດ​ທຳ​ອິດ​ຢູ່​ໄທ ເຊິ່ງ​ເປັນ​ໂຄງ​ການຮ່ວມ​ມື​ລະ​ຫວ່າ​ງ​ພາກການ​ສຶກ​ສາ​ແລະ​ໂຮງ​ຮຽນ​ຊັ້ນ​ສູງຂອງ​ສອງ​ປະ​ເທດ.

    ການ​ສ້າງ​ຕັ້ງ​ສະ​ຖາ​ບັນ​ຢາງ​ພາ​ລາ​ສາ​ກົນ​ໄທ​ຈີນ ແມ່ນ​ການ​ປະ​ດິດ​ສ້າງ​ຂອງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ການ​ສຶກ​ສາຄົ້ນ​ຄວ້າ​ເຕັກ​ນິກ​ຢາງ​ພາ​ລາ ​ແລະ​ກໍ​ເພື່ອ​ສົ່ງ​​ບຸກ​ຄະ​ລາ​ກອນ​ການ​ຄົ້ນ​ຄວ້າ​ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ຢາ​ພາ​ລາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ສູ່​ໄທ, ສະ​ໜອງ​ເວ​ທີ​ການ​ສຶກ​ສາ​ໃຫ້​ຢູ່​ແຖວ​ໜ້າ​ແລະ​ທັດ​ສະ​ນະ​ການ​ສຶກ​ສາ​ທີ່​ກ້າວ​ໜ້າ ເພື່ອ​ຊ່ວຍ​​ສ້າງວິ​ຊາການ​ດ້ານ​ຢາງ​ພາ​ລາ​ແລະ​ການ​ອົບ​ຮົມ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ໄທ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ