ເປີດເວັບໄຊ "ໜຶ່ງແລວທາງໜຶ່ງເສັ້ນທາງ"ແຫ່ງສປຈີນຢ່າງເປັນທາງການ
2017-03-22 11:16:26  cri 
ເວັບໄຊ"ໜຶ່ງແລວທາງໜຶ່ງເສັ້ນທາງ"ແຫ່ງສປຈີນຄື www.yidaiyilu.gov.cn ໄດ້ເປີດນຳ​ໃຊ້ຢ່າງເປັນທາງການໃນວັນທີ 21 ມີນານີ້ ຂະນະທີ່WeiBo(MicroBlog), ວີແຊັດກໍເປີດນຳ​ໃຊ້ໄປພ້ອມກັນ.

ການເປີດເວັບໄຊດັ່ງກ່າວກໍເພື່ອເຜີຍແຜ່ຂໍ້ມູນຂ່າວສານ,ການແລກປ່ຽນວັດທະນະທຳ,ການຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດທັງ​ເປັນ​ການເປີດ​ເຜີຍ​ແລະ​ວິ​ເຄາະ​ນະ​ໂຍບາຍ​ກໍ​ຄືກົດໝາຍກົດ​ບັນຍັດ​ວ່າ​ດ້ວຍ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ ​ແລະ​ນຳ​ສະ​ເໜີ​ຄວາມ​ຄືບ​ໜ້າ​ແລະ​ຜົນສຳ​ເລັດ​ໃໝ່​ຂອງ​ການ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ຢ່າງ​ພາວະ​ວິ​ໄສ​ແລະ​ຮອບດ້ານ​ເພື່ອ​ໃຫ້ການ​ບໍລິການ​ດ້ານ​ຂໍ້​ມູນ​ຂ່າວສານ​ແລະ​ການ​ສື່ສານ​ແລກປ່ຽນ​ສຳລັບ​ວິ​ສາ​ຫະກິດ,ອົງການ​ຈັດ​ຕັ້ງ​ສັງຄົມ​ແລະ​ພົນລະ​ເມືອງ​ຂອງ​ບັນດາ​ປະ​ເທດ​ລຽບ​ຕາມ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ທີ່​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​​ໂຄງການ​ຕ່າງໆ.

ປີດ​ເວັບ​ໄຊ​​ນີ້​ມີ​ສອງ​ພາສາ​ຄື​ພາສາ​ຈີນ​ແລະ​ອັງກິດ ​ແລະ​ພາຍ​ໃນ​ປີ​ນີ້​ຍັງ​ຈະ​ໃຊ້ອີກ​ຫຼາຍ​ພາສາ​ເປັນ​ຕົ້ນຣັດ​ເຊຍ,ຝຣັ່ງ,​ອາຣັບ,​ແອັສປາຍ​ແລະ​ອື່ນໆ ​ເຊິ່ງຈະ​ປົກ​ຄຸມ​ເຂດ​ແຄວ້ນ​ສ່ວນ​ໃຫຍ່​ໃນ​ທົ່ວ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ