ຈີນ​ແລະ​ອິສຣາ​ແອນ​ເນັ້ນ​ການ​ປະດິດ​ສ້າງ​ໃໝ່​ໃນ​ການ​ສ້າງສາ​ຍພົວພັນ​ຄູ່​ຮ່ວມ​ຮອບດ້ານ​
2017-03-22 11:04:51  cri 
ວັນ​ທີ 21 ມີນາ​ນີ້ ຢູ່​ນະຄອນຫຼວງ​ປັກ​ກິ່ງ, ຈີນ​ແລະ​ອິສຣາ​ແອນ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ ​ໂດຍ​ຢືນຢັນຈະ​​ເນັ້ນ​ການ​ປະດິດ​ສ້າງ​ໃໝ່​ໃນ​ການສ້າງສາ​ຍພົວພັນ​ຄູ່​ຮ່ວມ​ຮອບດ້ານ​.

​​ໃນໂອກາດ​ທີ່​ທ່ານ ​ເບັນ​ຈາ​ມິນ ​ເນ​ທັນ​ຢາ​ຮູ ນາຍົກລັດຖະມົນຕີອິສຣາ​ແອນ​ຢ້ຽມຢາມ​ຈີນ, "ການ​ປະດິດ​ສ້າງ​ໃໝ່"​ໄດ້​ກາຍ​ເປັນ​ຫົວ​ຂໍ້​ຕົ້ນຕໍ​ຂອງ​ກາ​ນພົບ​ປະ​ຫາລື​ໃນ​ຄັ້ງ​ນີ້​ແລະ​ຫຼັງ​ການ​ຫາລື,ຈີນ​ແລະ​ອິສຣາ​ແອນ​ໄດ້ລົງ​ນາມ​ໃນ​ສັນຍາ​ການຮ່ວມ​ມື​ສອງ​ຝ່າຍ​ຫຼາຍ​ສະບັບ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ: ​ເສດຖະກິດ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ,ການ​ຄ້າ,ການບິນ​ພົນລະ​ເຮືອນ​ແລະ​​ອື່ນໆ.

​ມາ​ຮອດ​ທ້າຍ​ປີ 2016, ຈີນ​ໄດ້​ສ້າງສາ​ຍພົວພັນ​ຄູ່​ຮ່ວມຫຼາຍ​ຮູບ​​ແບບ​ກັບ​ 97 ປະ​ເທດ​ແລະ​ອົງການ​ຈັດ​ຕັ້ງ​ສາກົນ. ຂະນະ​ທີ່ການ​ສ້າ​ງສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຈີນ-ອິສຣາ​ແອນ​ນັ້ນ​ໄດ້​ເຮັດ​ໃຫ້​ອິສາຣາ​ແອນ​ກາຍ​ເປັນ​ປະ​ເທດ​ຄູ່​ຮ່ວມ​ທີສອງ​ທີ່​ພັດທະນາ​ສາຍ​ພົວພັນ​ຄູ່​ຮ່ວມ​ການ​ປະດິດ​ສ້າງ​ໃໝ່​ກັບ​ຈີນຖັດຈາກ​ສະ​ວິສ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ