ຈີນ​ແລະ​ມຽນມາ​ມ້າງ​ຄະດີ​ຄົນ​ຈີນ 6 ຄົນ​ຖືກ​ລອບສັງຫານ​ຢູ່​ມຽນມາ
2017-03-22 16:33:24  cri 
ວັນ​ທີ 22 ມີນາ​ນີ້, ກົມປ້ອງ​ກັນ​ຄວາມ​ສະຫງົບ​ກິ່ງ​ແຂວງ​ປົກຄອງ​ຕົນ​ເອງ​ເຜົ່າ​ໄຕສິບ​ສອງ​ພັ່ນ​ນາ​ແຂວງ​ຢຸນນານ ສປ ຈີນ​ໃຫ້​ຮູ້​ວ່າ: ຕຳຫຼວດຈີນ​ແລະ​ມຽນມາ​ສາມາດ​ມ້າງ​ຄະດີ​ຄົນ​ຈີນ 6 ຄົນຖືກສັງຫານຢູ່​ມຽນມາ ​ໂດຍ​ສາມາດຈັບ​​ຜູ້​ຕ້ອງ​ສົງ​ໄສ​ໄດ້ 3 ຄົນ ພ້ອມ​ທັງ​ກັກ​ຕົວ​ຕາມ​ກົດໝາຍ.

​ເວລາ 10 ​ໂມງ 20 ນາທີ​ຂອງ​ວັນ​ທີ 17 ມີນາ​ນີ້, ຕຳຫຼວດ​ສິບ​ສອງ​ພັນ​ນາ​ໄດ້​ຮັບ​ແຈ້ງ​​ຈາກ​ກົມ​ຕຳຫຼວດ​ເມືອງ​ຫຼ້າ​ນ້ອຍ​ເຂດ​ພິ​ເສດ​ທີ 4 ​ພາກ​ຕາ​ເວັນ​ອອກ​ລັດ​ຊານປະ​ເທດ​ມຽນມາ​ວ່າ: ທ້າວ​ຢາງ​ພົນລະ​ເມືອງແຂວງ​ຊ່ານ​ຊີ່​​ແລະ​ຄອບຄົວ​ 6 ຄົນ​ໄດ້​ຖືກ​ສັງຫານ​ຢູ່​​ເຂດ​ຄຸ້ມ​ຄອງດັ່ງກ່າວ. ຈາກ​ນັ້ນ​ກໍ​ໄດ້ຮຽກຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຈີນ​ຊ່ວຍ​ສືບສວນ​ເຫດການ​ດັ່ງກ່າວ.

ຜ່ານ​ການ​ຮ່ວມ​ມື​ແລະ​ການ​ສືບ​ສວນຂອງຕຳຫຼວດ​ຈີນ​ແລະ​ມຽນມາ ຈຶ່ງ​ເຫັນ​ວ່າ​ນີ້ເປັນ​ຄະດີ​ປຸ້ນ​ຈີ້​ແລະຂ້າ​ຄົນ​ໃນ​​ເຮືອນ ​ແລະ​ມາ​ຮອດ​ເວລາ 3 ​ໂມງ​ຂອງ​ວັນ​ທີ 19 ມີນາ​ນີ້ຈຶ່ງ​ແກ້​ໄຂຄະດີດັ່ງກ່າວ​ໄດ້ຢ່າງ​ສຳ​ເລັດ​ຜົນ ​ໂດຍ​ສາມາດຈັບ​ຜູ້​ຕ້ອງ​ສົງ​ໄສ​ຄືທ້າວ​ລີ​ວ,ທ້າວ​ຫວາງ(ສັນຊາດ​ມຽນມາ)​ແລະ​ທ້າວ​ຢູ(ສັນຊາດ​ຈີນ)​ໄດ້​ແລະ​ໃນວັນ​ທີ 20 ​ເດືອນ​ດຽວ​ກັນ, ຜູ້​ຕ້ອງ​ສົງ​ໄສທັງ 3 ຄົນ​ກໍໄດ້​ຖືກ​ຕຳຫຼວດ​​ກິ່ງ​ແຂວງ​ປົກຄອງ​ຕົນ​ເອງ​ເຜົ່າ​ໄຕ​​ສິບ​ສອງ​ພັ່ນນາ​ກັກຕົວ​ຕາມ​ກົດໝາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ