ເກີດ​ແຜ່ນດິນ​ໄຫວ​ລະດັບ 6,4 ລິກ​ເຕີ​ຢູ່​ເຂດ​ທະ​ເລ​ໃກ້​ແຂວງ​ບາ​ຫຼີອິນ​ໂດ​ເນ​ເຊຍ
2017-03-22 16:35:16  cri 
ຕອນ​ເຊົ້າ​ວັນ​ທີ 22 ມີນາ​ນີ້, ຢູ່​ເຂດ​ທະ​ເລ​ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​​ເທດສະບານ​ແຂວງ​ບາ​ຫຼີປະ​ເທດ​ອິນ​ໂດ​ເນ​ເຊຍ​ໄດ້​ເກີດ​ແຜ່ນດິນ​ໄຫວ​ລະດັບ 6,4 ລິກ​ເຕີ ​ແລະ​ຫຼັງ​ເກີດ​​ເຫດ​ມາ​ຮອດປັດຈຸບັນ​ຍັງ​ບໍ່​ມີ​ການ​ລາຍ​ງານ​​ຜົນ​ເສຍ​ຫາຍຕໍ່​ຊີວິດ​ແລະ​ຊັບ​ສິນ​ແຕ່​ປະການ​ໃດ.

​ເວັບ​ໄຊ​ກົມ​ອຸຕຸນິຍົມ,ດິນ​ຟ້າ​ອາກາດ​ແລະ​ຟີ​ຊິກ​ພູມ​ສາດ​ປະ​ເທດອິນ​ໂດ​ເນ​ເຊຍ​ໃຫ້​ຮູ້​ວ່າ: ​ແຜ່ນດິນ​ໄຫວດັ່ງກ່າວ​​ເກີດ​ຂຶ້ນ​ຢູ່​ແຂວງ​ບາ​ຫຼີໃນ​ເວລາ 7 ​ໂມງ 10 ນາທີ​ຕາມ​ເວລາ​ທ້ອງ​ຖິ່ນ ​ໂດຍໃຈກາງ​ຂອງ​ແຜ່ນດິນ​ໄຫວ​​ຢູ່​ເຂດ​ທະ​ເລ​​ໂກ​ຕາ ​ເດັນ​ປາ​ຊາ ເທ​ດສະບາ​ນ​ແຂວງ​​ໄປ​ທາງ​ທິດຕາ​ເວັນ​ອອກສຽງ​ໃຕ້ 23 ກິ​ໂລ​ແມັດ ​ແລະເລິກ​ລົງ​ໄປ 117 ກິ​ໂລ​ແມັດ. ​ແນວ​ໃດ​ກໍ​ດີ,ພາກສ່ວນ​ຕິດຕາມ​ວັດ​ແທກ​​ແຜ່ນດິນ​ໄຫວ​ປະ​ເທດ​ດັ່ງກ່າວ​ກໍ​ບໍ່​ໄດ້​ແຈ້ງ​ເຕືອນ​ການ​ເກີດຄື້ນຊຶນະ​ມິ​ຫຼັງ​ແຜ່ນດິນ​ໄຫວ​ຄັ້ງ​ນີ້.

ນອກ​ນີ້, ​ເວັບ​ໄຊ​ຂໍ້​ມູນ​ຂ່າວສານ​ແຜ່ນດິນ​ໄຫວ​ຂອງ​ກົມ​ສຳ​ຫຼວດຂຸດ​ຄົ້ນ​ທໍລະນີ​ສາດ​ອາ​ເມ​ລິ​ກາ​ໃຫ້​ຮູ້​ວ່າ: ​ແຜ່​ນດິນ​ໄຫວ​ຢູ່ອິນ​ໂດ​ເນ​ເຊຍ​ຄັ້ງ​ນີ້​ມີ​ລະດັບ 5,5 ລິກ​ເຕີ ​ແລະ​ມີຄວາມ​ເລິກ​ຈາກໃຈກາງ​ 118 ກິ​ໂລ​ແມັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ