ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ມາ​ເລ​ເຊຍຕິດຕາມ​ໂຄງການ​ຮ່ວມ​ມື​ທີ່​ສຳຄັນ​ຂອງ​ສອງ​ປະ​ເທດ
2017-03-22 16:37:58  cri 
​ໃນ​ວັນ​ທີ 9 ຫາ​ວັນ​ທີ 17 ມີນາ​ນີ້, ສະຖານທູດ​ຈີນ​ປະຈຳ​ມາ​ເລ​ເຊຍ​ໄດ້ຕິດຕາມໂຄງການ​ຮ່ວມ​ມື​ທີ່​ສຳຄັນຂອງ​ສອງ​ປະ​ເທດ​ຢູ່​ມາ​ເລ​ເຊຍຈຳ​ນວນ​ໜຶ່ງ ​ໂດຍກວມ​ເອົາຫຼາຍ​ຂົງ​ເຂດ​ເຊັ່ນ: ທ່າ​ກຳ​ປັ່ນ,​ຜະລິດ​ຕະພັນແກ້ວ,ການ​ຕ່ຳ​ແຜ່ນ,ພະລັງງານ,​ພະ​ລັງ​ງານແສງຕາ​ເວັນ,​​ເຫຼັກ​ກ້າ,ອະສັງຫາລິມະ​ຊັບ​ແລະ​ອື່ນໆ.

ທ່ານ ຫວາງ​ຮຸ້ຍຄ່າງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ມາ​ເລ​ເຊຍ​ກ່າວ​ຫຼັງ​ໄດ້​ຕິດຕາມ​ໂຄງການ​ຕ່າງໆວ່າ: ວິ​ສາ​ຫະກິດ​ຈີນ​ທີ່​ມາ​ລົງທຶນ​ຢູ່​ມາ​ເລ​ເຊຍ​ໄດ້​ສ້າງ​ໂອກາດ​ໃຫ້​ແກ່ການ​ປະກອບ​ອາຊີບຂອງມາ​ເລ​ເຊຍ​ເປັນ​ຈຳນວນ​ຫຼາຍ, ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ເສດຖະກິດ​ກໍ​ຄືບັນລຸ​ການ​ຍົກ​ລະດັບ​ແລະ​ຫັນປ່ຽນ​ຮູບ​ແບບ​ການ​ພັດທະນາຂອງ​ມາ​ເລ​ເຊຍ. ຈະ​ພະຍາ​ຍາມສຸດ​ຂີດສ້າງ​ປະຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ​ສອງ​ປະ​ເທດ,ສ້າງ​ຄວາມ​ສົມບູນ​ພູນ​ສຸກ​ໃຫ້​ແກ່​ສອງ​ປະ​ເທດ​ກໍ​ຄື​ປະຊາຊົນ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ