ເສດຖະກິດຈີນ​ຍັງ​ແມ່ນ​ກຳລັງ​ຊຸກ​ດັນ​ຕົ້ນຕໍຕໍ່ການ​ເຕີບ​ໂຕ​ຂອງເສດຖະກິດ​ໂລກ
2017-03-22 14:05:45  cri 
ຕາມ​ຂ່າວCRI: ອົງການ​ຮ່ວມ​ມື​ເສດຖະກິດ​ແລະ​ການ​ພັດທະນາ ຫຼື OECD ​ໄດ້​ເຜີຍແຜ່​ບົດ​​ລາຍ​ງານ "ການ​ສຳ​ຫຼວດ​ເສດຖະກິດ​ຈີນ" ສະບັບ​ທີ 5 ຢູ່​ນະຄອນ​ຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 21 ມີນາ ​ໂດຍ​ຊີ້​​ໃຫ້​ເຫັນວ່າ, ສາມາດ​ຄາດ​ຄະ​ເນອະນາຄົດ​ໄດ້​ວ່າ ເສດຖະກິດຈີນ​ຍັງ​ແມ່ນ​ກຳລັງ​ຊຸກ​ດັນ​ຕົ້ນຕໍຕໍ່ການ​ເຕີບ​ໂຕ​ຂອງເສດຖະກິດ​ໂລກ.

ບົດ​ລາຍ​ງານ​​ເນັ້ນ​ວ່າ, ​ເສດຖະກິດ​ຈີນ​ນັບ​ມື້​ນັບ​ສົດ​ໃສ, ​ເຖິງ​ວ່າ​ຈັງຫວະ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​​ໄດ້​ຊ້າ​ລົງ, ​ແຕ່​ພັດສາມາດ​ຫັນ​ເປັນ​ຮູບ​ການ​​ເຕີບ​ໂຕ​ແບບ​ຕໍ່​ເນື່ອງ​ໄດ້​ດີກ​ວ່າ​ເກົ່າ. ບົດ​ລາຍ​ງານ​ຍັງ​ມີ​ຂໍ້ສະ​ເໜີ​ໃຫ້​ຈີນ​ຄວນ​ຊຸກຍູ້​ການ​ບໍລິ​ໂພ​ກ ​ເພື່ອ​ເຮັດ​ໃຫ້ການ​ລົງທຶນ​ກັບ​ການ​ບໍລິ​ໂພ​ກດຸນ​ດ່ຽງ​ກັນ ​​ແລະ​ດຳ​ເນີນ​ການ​ປະຕິ​ຮູບ​ໂຄງ​ປະກອບ​ເສດຖະກິດ​ຕື່ມ​ອີກ.

ທ່ານ​ແອນ​ເກ​ວ ກູ​ເຣຍ ​ເລຂາທິການ​ໃຫຍ່​ອົງການ OECD ​ໄດ້ກ່າວ​ວ່າ ​ເສດຖະກິດ​ຈີນ​ຄວນ​ຫຼຸດ​ການ​ລົງທຶນ​ຕໍ່​ວັດ​ຖຸຕົວ​ຈິງ​ໃຫ້​ໜ້ອຍ​ລົງ ດ້ວຍ​ການ​ຖື​ເອົາ​ການ​ປະດິດ​ສ້າງ​ເປັນ​ກຳລັງ​ຊຸກ​ດັນ​ຫຼາຍ​ກວ່າ ​ເພື່ອ​ເຮັດ​ໃຫ້ການ​ພັດທະນາ​ເສດຖະກິດ​ເປັນ​ມິດ​ຕໍ່ສິ່ງ​ແວດ​ລ້ອມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ