ຜູ້ນຳ​​ໄທ​ແລະ​ຟີ​ລິບ​ປິນສັນຍາ​ຈະ​ອອກ​ແຮງ​ຊຸກຍູ້​ການ​ຮ່າງ​ຂອບ "ກົດ​ແຫ່ງ​ການ​ປະພຶດ​ຢູ່​ທະ​ເລ​ຈີນ​ໃຕ້" ​ໃຫ້ສຳ​ເ​ລັດ
2017-03-22 14:07:13  cri 
ຕາມ​ຂ່າວສານ​ຊິນ​ຮວາ: ທ່ານປຣະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ​ໄທ ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ໂຣດຣີ​ໂກ ດູ​ເຕີ​ເຕ ປະທານາທິບໍດີ​ຟີ​ລິບ​ປິນທີ່​ພວມ​ຢ້ຽມຢາມ​ໄທ​ທາງ​ລັດຖະກິດ​ໃນ​ວັນ​ທີ 21 ມີນາ​ນີ້ ​ໂດຍສອງ​ຝ່າຍ​ເນັ້ນ​​ເຖິງ​ຄວາມ​ຈຳ​ເປັນ​ໃນ​ການ​ປະຕິບັດ "ຖະ​ແຫຼ​ງການ​ວ່າ​ດ້ວຍ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຈີນ​ໃຕ້" ຢ່າງຮອບດ້ານ ​ແລະ​​ສັນຍາ​ວ່າ​ຈະ​ອອກ​ແຮງ​ຊຸກຍູ້​​ການ​ຮ່າງ​ຂອບ "ກົດ​​ແຫ່ງການ​ປະພຶດ​ຢູ່​ທະ​ເລ​ຈີນ​ໃຕ້" ​​ໃຫ້​ສຳ​ເລັດ​ຜົນໃນ​ປີ​ນີ້.

​ທ່ານ​ດູ​ເຕີ​ເຕກ່າວໃນ​ພິທີ​ຖະ​ແຫຼ​ງຂ່າວ​ຮ່ວມ​ທີ່​ຈັດ​ຂຶ້ນ​ຫຼັງ​ການ​ພົບ​ປະ​ວ່າ, ປະ​ເທດ​ຕ່າງໆ​ຄວນ​ເຄົາລົບ​ເສລີພາບ​ການ​ເດີນ​ເຮືອ​ແລະ​ເດີນ​ອາກາດ​ຢູ່​ທະ​ເລ​ຈີນ​ໃຕ້ ​ເຊິ່ງ​ເປັນ​​ເງື່ອນ​ໄຂ​ພື້ນຖານ​ທີ່​ຮັບປະກັນ​​ໃຫ້​ແກ່ການ​ພັດທະນາ​ຂອງ​ພາກ​ພື້ນ. ຂະນະ​ທີ່ທ່ານ​ປຣະຍຸດ​ກໍ​ກ່າວວ່າ, ການ​ສ້າງທະ​ເລ​ຈີນ​ໃຕ້​ເປັນ​ທະ​ເລ​ສັນຕິພາບ, ສະຖຽນ​ລະ​ພາບ​ ​ແລະ​ພັດທະນາ​​ແບບ​ຍືນ​ຍົງ ​ແມ່ນ​ເປົ້າ​ໝາຍ​ສູງ​ສຸດ​ຂອງ​ບັນດາ​ປະ​ເທດ ​ເຊິ່ງມີ​ແຕ່​ເຮັດ​ແນວ​ນີ້​ຈະ​ສາມາດ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ​ໃນ​ພາ​ກພື້ນ​ນີ້.

ຜູ້ນຳ​ສອງປະ​ເທດຍັງ​ກ່າວຕື່ມ​ວ່າ, ສອງ​ປະ​ເທດ​ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ​ຊຸກ​ຍູ້​ການ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ດ້ານການ​ຄ້າຂາຍ​ຢາ​ເສບ​ຕິດ ທັງໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະເພີ່ມ​ທະວີ​ບົດບາດ​ຂອງ​ຄະນະ​ກຳມະການ​ການ​ຄ້າ ​ແລະ​ກົນ​ໄກ​ອື່ນໆ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ທາງ​ເສດຖະກິດ​, ການ​ຄ້າປະສົມ ​ແລະ​ການ​ລົງທຶນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ