ປະຊາຊົນ​ຈີນ​ຫວັງ​ອາ​ໄສ​ການ​ຮ່ວມ​ມື​ດ້ານ​ສື່​ມວນ​ຊົນ​ເພື່ອ​​ເພີ່ມ​ສິດ​ປະກອບ​ຄຳ​ເຫັນ​ຂອງ​ສື່​ມວນ​ຊົນ​ອາຊີ
2017-03-22 15:54:44  cri 
ຕາມ​ຂ່າວCRI: ຜົນ​ການສຳ​ຫຼວດ "ກອງ​ປະຊຸມ​ໂຕະມົນ​ຫົວໜ້າ​ສື່​ມວນ​ຊົນ" ຂອງ​ກອງ​ປະຊຸມ​ປະຈຳ​ປີ 2017 ເວທີ​ປຶກສາ​ຫາລື​ອາຊີ​​ໂປອາວ​ເປີດ​ເຜີຍຫວ່າງ​ມໍ່ໆ​ນີ້​ວ່າ, ປະຊາກອນ​ຈີນທີ່​ຕອບ​ສຳພາດ 73,9% ​ເຫັນ​ວ່າ ມີ​ຄວາມ​ຈຳ​ເປັນ​​ໃນ​ການ​ຮ່ວມ​ມື​ລະຫວ່າງ​ສື່​ມວນ​ຊົນ​ອາຊີ, ຕົວ​ເລກ​ດັດ​ຊະ​ນີ​ເຊື່ອ​ໝັ້ນ​ການ​ຮ່ວມ​ມື​ດ້ານ​ສື່​ມວນ​ຊົນ​ອາຊີ​ຂອງປະຊາ​ຊົນ​ຈີນ​ມີ​ເຖິງ 86. ຫວັງ​ໃຫ້​​ຮ່ວມ​ມືກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ໂຄສະນາ​ຄວາມ​ຄິດ​ເຫັນ​ຂອງ​ຄົນອາຊີ​ ​ຢ່າງ​ພາວະ​ວິ​ໄສ ​ແລະຫວັງ​ໃຫ້​ສື່​ມວນ​ຊົນ​ອາຊີ​ປະ​ກອບ​ຄຳ​ເຫັນ​ໃນ​​ໂລກ​ໄດ້​ດີກ​ວ່າ​ເກົ່າ.

ບົດ​ລາຍ​ງານ​ຍັງ​​ເປີດ​ເຜີຍ​ວ່າ, "​ເພີ່ມ​ສິດ​ການປະກອບ​ຄຳ​​ເຫັນ​ໃນ​ໂລກ​ຂອງ​ສື່​ມວນ​ຊົນ​ອາຊີ ​ແລະ​ຊຸກຍູ້​ໃຫ້​ປະ​ເທດ​ອາຊີ​ຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມ​ກັນ" ​ແມ່ນ​ຈຸດໝາຍ​ຕົ້ນຕໍ​ຂອງປະຊາ​ຊົນ​ຈີນ​ສຳລັບ​​ການ​ຮ່ວມ​ມື​ລະຫວ່າງ​ສື່​ມວນ​ຊົນ​ອາຊີ ​ໂດຍ​ມີ 61,2%​ ​ທີ່​ຕອບ​ສຳພາດບັນຫາ​ນີ້. ນອກ​ນີ້, ກໍ​ມີ 76% ​ສົນ​ໃຈ​ຫຼາຍ​ຕໍ່​ການ​ສ້າງ "​ເວທີ​​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ອາຊີ" ​ແລະ "​ເວທີ​​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ທາງ​ເສດຖະກິດ​ການ​ຄ້າ​ອາຊີ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ