ການ​ພົວ​ພັນ​ລະ​ຫວ່າງ​ຈີນ, ​ອົ​ສ​ຕ​ຣາ​ລີ​ແລະ​ນູ​ແວນ​ເຊ​ລັງເປັນ​ສັນ​ຍານ​ທີ່​ດີ​ຕໍ່​ອາ​ຊີ​ປາ​ຊີ​ຟິກ
2017-03-22 09:43:46  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ວັນ​ທີ 21 ມີ​ນານີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​​ຖະ​ແຫຼງ​ຂ່າວ​ຕໍ່​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ ໂດຍ​ທ່ານ ເຈີ້ງ​ເຈີ​ກ່ວງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ດັ່ງ​ກ່າວ ກ່າວ​ວ່າ, ການ​ຢ້ຽມ​ຢາມ​ອົ​ສ​ຕ​ຣາ​ລີ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ ຫຼີເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ຈີນ​ຄັ້ງ​ນີ້ ຈຸດ​ປະ​ສົງຫຼັກ​ກໍ​ເພື່ອເຂົ້າ​ຮ່ວມ​ການ​ພົບ​ປະ​ປະ​ຈຳ​ປີ​ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສອງ​ປະ​ເທດ​ຄັ້ງ​ທີ 5 ແລະ​ຢ້ຽມ​ຢາມ​ນູ​ແວນ​ເຊ​ລັງ​ຢ່າງ​ເປັນ​ທາງ​ການ.

    ທ່ານ ເຈີ້ງ​ເຈີ​ກ່ວງ ກ່າວ​ວ່າ, ໃນ​ໂອ​ກາດ​ຢ້ຽມ​ຢາມ​ຄັ້ງ​ນີ້, ທ່ານ ຫຼີ​ເຄີ້​ສຽງ ຈະ​ພົບ​ປະ​ເຈ​ລະ​ຈາ​ກັບ​ຜູ້​ນຳ​ອົ​ສ​ຕ​ຣາ​ລີ​ແລະ​ນູ​ແວນ​ເຊ​ລັງ​ຢ່າງ​ເລິກ​ເຊິ່ງ ເພື່ອເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ການ​ເມືອງ, ເປີດກວ້າງ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ຍົກ​ລະ​ດັບ​ການ​ແລກ​ປ່ຽນ​ໃຫ້​ສູງ​ຂຶ້ນ, ຊຸກ​ຍູ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ​ກັບ​ສອງ​ປະ​ເທດ​ດັ່ງ​ກ່າວ​ໃຫ້​ຂະ​ຫຍາຍ​​ຕົວ​ຕື່ມ​ອີກ ແລະ​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​​ທັງສາມ​ປະ​ເທດ​ໃຫ້​ດີກວ່າເກົ່າ.

    ແນວ​ໃດ​ກໍ​ດີ, ​ໃນ​ຂະ​ນະ​ທີ່​ປັ​ດ​ຈຸ​ບັນ ເສດ​ຖະ​ກິດ​ໂລກ​ຂາ​ດ​ກຳ​ລັງ​ໃນ​ການ​ຟື້ນ​ຟູ, ລັດ​ທິ​ປົກ​ປ້ອງ​​ແລະ​ແນວ​ຄິດ 'ຝືນ​ກັບ​ໂລ​ກາ​ພິ​ວັດ' ​ປາ​ກົດ​ຂຶ້ນ, ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ​ເປັນສັນ​ຍານ​ທີ່​ດີ​ຕໍ່​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ກໍ​ຄື​ທົ່ວ​ໂລກ ໂດຍ​ຈີນ​ແລະ​ອົ​ສ​ຕ​ຣ​ລີ​, ນູ​ແວນ​ເຊ​ລັງ ຈະ​ສຸມ​ໃສ່​ຊຸກ​ຍູ້​ການ​ຄ້າ​ແລະ​ການ​ລົງ​ທຶນ​ໃຫ້ເສ​ລີ​ແລະ​ມີ​ຄວາມ​ສະ​ດວກ ທັງ​ປົກ​ປົກ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ