ສ​ປ​ຊ​ ເຜີຍ​ແຜ່​ບົດ​ລາຍ​ງານ​ການ​ພັດ​ທະ​ນາ​ມະ​ນຸດ 2016
2017-03-22 16:09:27  cri 
    ໂຄງ​ການ​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ການ​ພັດ​ທະ​ນາ ຫຼື UNDP ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ກາ​ນ​ພັດ​ທະ​ນາ​ມະ​ນຸດ 2016 ຢູ່​ນະ​ຄອນຫຼວງ​ສະ​ໂຕ​ໂຄ​ມ​ປະ​ເທດ​ຊູ​ແອັດ​ເມື່ອ​ວັນ​ທີ 21 ມີ​ນານີ້ ໂດຍ​ຊີ້ໃຫ້​ເຫັນ​ວ່າ, ໃນ​ວຽກ​ງານ​ບຸ​ລິ​ມະ​ສິດ​ການ​ພັດ​ທະ​ນາ​ທົ່ວ​ໂລກ, ກຸ່ມ​ທີ່​ຕົກ​ຢູ່​ທ່າອ່ອນ​ທີ່​ສຸດ​ໃນ​ໂລກ ຍັງ​ຄົງ​ຖືກ​ເບິ່ງ​ຂ້າມ.

    ບົດ​ລາຍ​ງານ​ຊີ້​ວ່າ, ອີງ​ຕາມ​ຕົວ​ເລກ​ດັດ​ຊະ​ນີ​ການ​ພັດ​ທະ​ນາ​ມວນ​ມະ​ນຸດ, ລະ​ດັບ​ການ​ພັດ​ທະ​ນາໂດຍ​ສະ​ເລ່ຍ​ໃນ​ພາກ​ພື້ນ​​ທົ່ວ​ໂລກ ໄດ້​ຮັບ​ຄວາມ​ກ້າວ​ໜ້າ​ຢ່າງ​ພົ້ນ​ເດັ່ນ​ແຕ່​ປີ 1990-2015, ແຕ່​ຍັງ​ມີ​ປະ​ຊາ​ກອນ 1/3 ດຳ​ລົງ​ຊີ​ວິດ​ຢູ່​ລະ​ດັບ​ຕ່ຳ. ຂະ​ນະ​ດຽວ​ກັນ, ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ ກໍ​ຕ້ອງ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ຈາກ​ບັນ​ຫາ​ທຸກ​ຍາກ​ແລະ​ການ​ແຕກ​ໂຕນ​ກັນທາງ​ສັງ​ຄົມ. ​ທັງ​ນີ້​ມີປະ​ຊາ​ກອນ​ຜູ້​ທຸກ​ຍາກ​ໂດຍ​ທຽບ​ຖານກວ່າ 300 ລ້ານ​ຄົນ​ດຳ​ລົງ​ຊີ​ວິດ​ຢູ່​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ, ໃນ​ນັ້ນ ກວ່າ 1/3 ແມ່ນ​ເດັກ​ນ້ອຍ.

    ນັບ​ແຕ່​ປີ 1990 ເປັນ​ຕົ້ນ​ມາ, ໂຄງ​ການ​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ການ​ພັດ​ທະ​ນາ ໄດ້​ຮຽບ​ຮຽງ​ແລະ​ພິມ​ຈຳ​ໜ່າຍ​ບົດ​ລາຍ​ງານ​ການ​ພັດ​ທະ​ນາ​ມະ​ນຸດ​ທົ່ວ​ໂລກ​ຢ່າງ​ເປັນ​ອິດ​ສະຫຼະ ເພື່ອ​ຮ່ວມ​ມື​ກັບ​ວົງ​ການ​ຕ່າງໆ​ໃນ​ສັງ​ຄົມ ​ຊ່ວຍ​ທຸກ​ປະ​ເທດ​ຮັບ​ມື​ກັບ​ວິ​ກິດ​ການທີ່​ເກີດ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ