ອາ​ເມ​ລິ​ກາ​ຫ້າມ​ບໍ່​ໃຫ້​ຜູ້​ໂດຍ​ສານ 8 ປະ​ເທດ​ນຳ​ເອົາ​ເຄື່ອງ​ເອ​ເລັກ​ໂຕ​ຣ​ນິກ​ທີ່​ໃຫຍ່ກວ່າ​ມື​ຖືນັ້ນ​ຂຶ້ນ​ຍົນ
2017-03-22 16:11:41  cri 
    ກະ​ຊວງ​ທີ່​ດິນ​ແລະ​ຄວາມ​ໝັ້ນ​ຄົງ​ອາ​ເມ​ລິ​ກາ​ປະ​ກາດ​ໃນ​ວັນ​ທີ 21 ມີ​ນານີ້​ວ່າ, ເມື່ອ​ພິ​ຈ​າ​ລະ​ນາ​ເຖິງການ​ຕ້ານ​ລັດ​ທິກໍ່​ການ​ຮ້າຍ​ເພື່ອຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ​, ຈຶ່ງ​ຫ້າມ​ບໍ່​ໃຫ້​ຜູ້​ໂດຍ​ສານ​ຈາກສະ​ໜາມ​ບິນ 10 ແຫ່ງ​ຂອງ 8 ປະ​ເທດ ນຳ​ເອົາ​ເຄື່ອງ​ເອ​ເລັກ​ໂຕ​ຣ​ນິກ​ທີ່​ມີ​ຂະ​ໜາດ​ໃຫຍ່ກວ່າ​ໂທ​ລະ​ສັບ​ມື​ຖື ຂຶ້ນ​​ເຮືອ​ບິນ​ມາອາ​ເມ​ລິ​ກາ​ໂດຍ​ກົງ, ແຕ່​ກໍ​ສາ​ມາດ​ບັນ​ຈຸເຄື່ອງ​ເອ​ເລັກ​ໂຕ​ຣ​ນິກ​ເຫຼົ່າ​ນີ້​ໃສ່​ຫີບ​ທີ່​ຝາກ​ນັ້ນ​ໄດ້ໂດຍຄຳ​ສັ່ງ​ຫ້າມ​ດັ່ງ​ກ່າວ​ຈະ​ມີ​ຜົນ​ສັກ​ສິ​ດ​ນຳ​ໃຊ້​ທັນ​ທີ.

    ແນວ​ໃດ​ກໍ​ດີ, ກະ​ຊວງ​ດັ່ງ​ກ່າວ​ບໍ່​ໄດ້​ອະ​ທິ​ບາຍ​ວ່າ​ເປັນ​ຫຍັງຈຶ່ງ​ເລືອກສະ​ໜາມ​ບິນ 10 ແຫ່ງ​ຂອງ 8 ປະ​ເທດ​ດັ່ງ​ກ່າວ​ ທັງ​ບໍ່​ໄດ້​ອະ​ທິ​ບາຍ​ວ່າ​ຄຳ​ສັ່ງ​ດັ່ງ​ກ່າວ​ຈະ​ປະ​ຕິ​ບັດດົນ​ນານ​ພຽງສ​ໃດ ແລະ​ໃນ​ຕໍ່​ໜ້າ ຈະ​ປະ​ຕິ​ບັດ​ຢູ່​ສະ​ໜາມ​ບິນ​ແຫ່ງ​ອື່ນໆຫຼື​ບໍ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ