ພຽງ​ສອງ​ເດືອນ​ເມືອງ​ເຊ້ຍ​ເມິນ​ກໍ​ບັນ​ລຸມູນ​ຄ່າ​ການ​ນຳ​ເຂົ້າ​ແລະ​ສົ່ງອອກ​ກັບ​ອາ​ຊຽນ​ກວ່າ 12 ຕື້ຢວນ
2017-03-22 16:18:44  cri 
    ເຈົ້າ​ໜ້າ​ທີ່ດ່ານ​ພາ​ສີ​ເມືອງ​ເຊ້ຍ​ເມິນ​ແຂວງ​ຟູ​ຈ້ຽນ​ສ​ປ​ຈີນ​ໃຫ້​ຮູ້​ໃນ​ວັນ​ທີ 21 ມີ​ນານີ້​ວ່າ, ​ພຽງ​ສອງ​ເດືອນ​ທຳ​ອິດ​ຂອງ​ປີນີ້, ເມືອງ​ຕົນ​ກໍ​​ບັນ​ລຸ​ມູນ​ຄ່ານຳ​ເຂົ້າ​​ສົ່ງອອກ​​ກັບ​ປະ​ເທດ​ທີ່​ຢູ່​ລຽບ 'ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ' ​ເຖິງ 23 ຕື້ 560 ລ້ານຢວນ ​ເພີ່ມ​ຂຶ້ນ 15,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ, ໃນ​ນັ້ນ ສຳ​ລັບ​ອາ​ຊຽນ​ໄດ້​ບັນ​ລຸ​ເຖິງ 12 ຕື້ 490 ລ້ານຢວນ ເພີ່ມ​ຂຶ້ນ 22,1% ແລະ​ກວມ 53% ຂອງຍອດ​ມູນ​ຄ່າ​​ນຳ​ເຂົ້າ​ສົ່ງອອກ​​ກັບ​ປະ​ເທດ​ລຽບ​ຕາມ 'ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ'.

    ເຈົ້າ​ໜ້າ​ທີ່​ດ່ານ​ດັ່ງ​ກ່າວ​ເຜີຍ​ຕື່ມ​ວ່າ: ສຳ​ລັບຍອດ​ມູນ​ຄ່າ​ການ​ຄ້າ​ກັບຟິ​ລິບ​ປິນ, ມາ​ເລ​ເຊຍ​ແລະ​ໄທ​ນັ້ນ ໄດ້ກວມ​ເກືອບ 1 ສ່ວນ 3 ໂດຍ​ສະ​ເພາະ​ຟິ​ລິບ​ປິນ ໄດ້​ລື່ນ 3 ຕື້​ຢວນ​ໃນ​ສອງ​ເດືອນ​ທຳ​ອິດ​ຂອງ​ປີນີ້ ແລະ​ເປັນ​ອັນ​ດັບ​ໜຶ່ງ​ຂອງ​ປະ​ເທດ​ທີ່​ຢູ່​ລຽບ​ຕາມ 'ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ'.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ