ທະນາຄານ​​ແຫ່ງປະ​ເທດຈີນ​ນຳ​ສະ​ເໜີ​ການ​ບໍລິການ​ຈັບ​ຄູ່​ທຸລະ​ກິດຢູ່​ລາວ
2017-03-23 16:24:35  cri 
ກ່ອນ​ໜ້າ​ນີ້​ບໍ່​ດົນ, ທະນາຄານ​ແຫ່ງ​ປະ​ເທດ​ຈີນ​ໄດ້​ປະສົບ​ຜົນສຳ​ເລັດ​ໃນ​ການນຳ​ສະ​ເໜີ​ການ​ບໍລິການ​ຈັບ​ຄູ່​ທາງ​ທຸລະກິດໃຫ້ແກ່ທຸລະ​ກິດຂະໜາດກາງແລະນ້ອຍ ທົ່ວໂລກ ຢູ່ນະຄອນຫຼວງວຽງຈັນ​ແຫ່ງ​ສປປ ລາວ.

ທ່ານ​ສົມ​ຈິດ ອິນ​ທະ​ມິດ ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​​ແລະການ​ຄ້າ​ສປປ ລາວ​ກ່າວ​ໃນ​ພິທີ​ດັ່ງກ່າວ​ວ່າ: ທຸລະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ຂອງ​ລາວ​ກວມ​ເອົາ 99%​ໃນທົ່ວ​ປະ​ເທດ​​ ​ແລະ ​ຕ້ອງການຢ່າງ​ເຄັ່ງ​ດ່ວນ​ທີ່​ສຸດ​ໃນ​ການ​ໄປ​ດຳ​ເນີນ​ທຸລະ​ກິດ​ຢູ່​ຕ່າງປະ​ເທດ, ​ສ່ວນ​ສະ​ຖາ​ບັນ​ແລະ​ລູກ​ຄ້າ​ຂອງ​ທະນາຄານ​ແຫ່ງ​ປະ​ເທດ​ຈີນ​ທີ່​ມີ​ຢູ່​ທົ່ວ​ໂລກ​ນັ້ນກໍ​ມີ​ຄວາມສາມາດ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ຂອງ​ທຸລະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ຂອງ​ລາວ​ໃນ​ການ​​ໄປ​ພັດທະນາ​ຢູ່​ຕ່າງປະ​ເທດ.

ທ່ານ​ເສິນ​ເຄີ້ສິນ ຮອງ​ຜູ້​ອຳນວຍການ​ທະນາຄານ​​ແຫ່ງ​ປະ​ເທດ​ຈີນ​ປະຈຳ​ລາວ​ຢືນຢັນ​​ໂດຍຫວັງ​ວ່າ ການ​ບໍລິການ​ຈັບ​ຄູ່​ທາງ ​ທຸລະ​ກິດ​ຂ້າມ​ຊາດ​ຂອງ​ທະນາຄານ​ຕົນ​ຈະ​ສາມາດ​ນຳ​ເອົາ​ທັດ​ສະ​ນະແລະ​ໂອກາດ​ໃໝ່​ມາສູ່​ທຸລະກິດ​ລາວ​ພ້ອມ​ດ້ວຍ​ວິ​ສາ​ຫະກິດ​ຈີນ​ທີ່​ດຳ​ເນີນ​ທຸລະ​ກິດ​ແ​ລະ​ພັດທະນາ​ຢູ່​ລາວ​ມາຍາ​ວນານ ທັງ​ຊຸກຍູ້​ການ​ຄ້າ​ສົ່ງ​ອອກ​ແລະ​ການ​ລົ​ງທຶນ​ຂອງ​ລາວ​ແລະ​ຊ່ວຍ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ຂອງລາວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ