ກ່ອນໜ້ານີ້ບໍ່ດົນ, ທະນາຄານແຫ່ງປະເທດຈີນໄດ້ປະສົບຜົນສຳເລັດໃນການນຳສະເໜີການບໍລິການຈັບຄູ່ທາງທຸລະກິດໃຫ້ແກ່ທຸລະກິດຂະໜາດກາງແລະນ້ອຍ ທົ່ວໂລກ ຢູ່ນະຄອນຫຼວງວຽງຈັນແຫ່ງສປປ ລາວ.
ທ່ານສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າສປປ ລາວກ່າວໃນພິທີດັ່ງກ່າວວ່າ: ທຸລະກິດຂະໜາດກາງແລະນ້ອຍຂອງລາວກວມເອົາ 99%ໃນທົ່ວປະເທດ ແລະ ຕ້ອງການຢ່າງເຄັ່ງດ່ວນທີ່ສຸດໃນການໄປດຳເນີນທຸລະກິດຢູ່ຕ່າງປະເທດ, ສ່ວນສະຖາບັນແລະລູກຄ້າຂອງທະນາຄານແຫ່ງປະເທດຈີນທີ່ມີຢູ່ທົ່ວໂລກນັ້ນກໍມີຄວາມສາມາດແກ້ໄຂຄວາມຫຍຸ້ງຍາກຂອງທຸລະກິດຂະໜາດກາງແລະນ້ອຍຂອງລາວໃນການໄປພັດທະນາຢູ່ຕ່າງປະເທດ.
ທ່ານເສິນເຄີ້ສິນ ຮອງຜູ້ອຳນວຍການທະນາຄານແຫ່ງປະເທດຈີນປະຈຳລາວຢືນຢັນໂດຍຫວັງວ່າ ການບໍລິການຈັບຄູ່ທາງ ທຸລະກິດຂ້າມຊາດຂອງທະນາຄານຕົນຈະສາມາດນຳເອົາທັດສະນະແລະໂອກາດໃໝ່ມາສູ່ທຸລະກິດລາວພ້ອມດ້ວຍວິສາຫະກິດຈີນທີ່ດຳເນີນທຸລະກິດແລະພັດທະນາຢູ່ລາວມາຍາວນານ ທັງຊຸກຍູ້ການຄ້າສົ່ງອອກແລະການລົງທຶນຂອງລາວແລະຊ່ວຍຊຸກຍູ້ການພັດທະນາເສດຖະກິດຂອງລາວ.