ຂະ​ແໜງ​ການທ່ອງທ່ຽວໄທ​ເລັ່ງບຸກ​ຕະຫຼາດ​ຈີນ
2017-03-23 16:43:53  cri 
​ອົງການ​ກອງປະຊຸມ​ແລະ​ວາງສະ​ແດງ​ປະ​ເທດ​ໄທໄດ້​ປະກາດ 3 ຍຸດ​ທະ​ສາດ​ແລະ3​ນະ​ໂຍບາຍ​ອຸດ​ໜູນ​​ໂດຍ​ໃຫ້​ສິດທິ​ພິ​ເສດ​​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ​​ໃນ​ວັນ​ທີ 22 ມີນາ​ນີ້​ຢູ່​ນະຄອນ​ຊຽງ​ໄຮ ສປ ຈີນ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວຈີນໄປ​ຈັດກອງ​ປະຊຸມ​ການ​ຄ້າ​ແລະ​ທ່ອງ​ທ່ຽວ​ແບບ​ລາງວັນ​ຫຼື MICE ຢູ່ປະ​​ເທດ​ຕົນ. 

​ໃນ"3ນະ​ໂຍບາຍ"​ໃໝ່​ທີ່ອົງການTCEB​ເປີດ​ເຜີຍ​ດັ່ງກ່າວນັ້ນເປັນຜົນມາຈາກ​ເຄີຍ​ໄດ້​ສົ່ງ​ຄະນະ​ທ່ອງ​ທ່ຽວ​ຂະໜາດ​ໃຫຍ່​ເພື່ອ​ຮັບ​ລາງວັນ​ທີ່​ປະກອບ​ດ້ວຍພະນັກງານ​ກວ່າ 2000 ຄົນ​ໄປ​​ໄທ, ສະ​ນັ້ນ, ຂະ​ແໜງ​ການ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ຂະແໜາງການ​ສື່ສານ ​ແລະ​ຂະ​ແໜງ​ການ​ຜະລິດລົດຂອງ​ຈີນຈິ່ງ​ຖື​ເປັນ​ຈຸດ​ສຸມ​ເພື່ອ​ສົ່ງ​ເສີມ​ການຈຳໜ່າຍ ຂະນະ​ທີ່​ອົງການ​ດັ່ງກ່າວ​ນອກຈາກ​ຍົກ​ເວັ້ນຄ່າ​ເຮັດ​ວີຊາ​ແລ້ວ,ຍັງ​ສືບ​ຕໍ່ວາງ​ 3 ນະ​ໂຍບາຍ​ອຸດ​ໜູນ​ຄື ການສະ​ແດງ​ຄວາມ​ຂອບ​ໃຈ​, ການຫຼຸດ​ລາຄາ​ທ່ຽວ​ສອງ​ເມືອງ ​ແລະ​ໃຫ້​ສິດພິ​ເສດ​ໃນການ​ພັດທະນາ​ແບບ​ຍືນ​ຍົງ.

ໃນ​ຖານະ​ເປັນ​ຕະຫຼາດ​ນັກ​ທ່ອງ​ທ່ຽວ​ສຳຄັນ​ທີ່​ສຸດ​ຂອງ​ຂະ​ແໜງ​ການ​ກອງ​ປະຊຸມ​ແລະ​ວາງສະ​ແດງ​ຂອງ​ໄທ, ​ປີ 2016 ຜ່ານ​ມາ, ນັກ​ທ່ອງ​ທ່ຽວ​ຈີນ ທີ່ບໍ່​ລວມທັງ​ຮົງ​ກົງ,ມາ​ກາວ​ແລະ​ໄຕ້​ຫວັນ​ໄດ້​ເດີນທາງ​ໄປ​ທ່ຽວ​ໄທ​​ໃນ​ລາຍການ MICE ເຖິງ 127.390 ​ເທື່ອ​ຄົນ ​ເຊິ່ງສາມາດ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ຂະ​ແໜງ​ການທ່ອງທ່ຽວໄທປະມານ 293 ລ້ານ​ໂດ​ລາ​ສະຫະລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ