ຈີນ​ຮຽກຮ້ອງ​ໃຫ້​ແກ້​ໄຂ​ບັນຫາ​ຊີຣີດ້ວຍ​ຊ່ອງ​ທາງ​​ການ​ເຈລະຈາການ​ເມືອງ
2017-03-23 10:21:41  cri 
ໃນ​ພິທີ​ຖະ​ແຫຼ​ງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ວັງ​ນານາ​ຊາດ​​ນະຄອນ​ເຊີ​ແນວປະ​​​ເທດສະ​ວິສ​ໃນວັນ​ທີ 22 ມີນາ​ນີ້, ທ່ານ​ ​​ແຊ້ສຽວ​ຢຽນ ທູດ​ພິ​ເສດ​ກ່ຽວ​ກັບ​ບັນຫາ​ຊີຣີຂອງ​ຈີນ​ໄດ້​ຮຽກຮ້ອງ​ໃຫ້​ແກ້​ໄຂ​ບັນຫາ​ຊີຣີ​ດ້ວຍຊ່ອງ​ທາງ​ການ​ເຈລະຈາ​​ການ​ເມືອງ.

ທ່ານ ​​ແຊ້ສຽວ​ຢຽນ ກ່າວ​ວ່າ: ບັນຫາ​ຊີຣີກ່ຽວ​ພັນ​ເຖິງ​ຫຼາຍ​ດ້ານ​ເຊັ່ນ: ຂະ​ບວນການ​ການ​ເມືອງ, ການຢຸດ​ຍິງ, ການ​ຊ່ວຍ​ເຫຼືອມະນຸດສະທຳ​ແລະ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ເປັນ​ຕົ້ນ. ບັນຫາ​ເຫຼົ່າ​ນີ້​ໄດ້​ພົວພັນ​ແລະກະທົບ​ເຊິ່ງກັນ​ແລະ​ກັນ, ຄວນ​ໄດ້​ຮັບ​ການ​ແກ້​ໄຂ​​ໄປ​ພ້ອມ​ກັນ ​ເພື່ອ​ໃຫ້​​ໄດ້​ຮັບ​ຄວາ​ມຄືບ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ. ຂະນະ​ທີ່ອະນາຄົດ​ຂອງ​ຊີຣີຄວນ​ແມ່ນ​ປະຊາຊົນ​ຊີຣີ​ເປັນ​ຜູ້​ຕັດສິນ, ລັດຖະບານ​ແລະ​ກຸ່ມ​ຕໍ່ຕ້ານ​ລັດຖະບານ​ຊີຣີຄວນ​ປຶກສາ​ຫາລື​ຢ່າງ​​ຈິງ​ໃຈ, ບົນ​ເວທີ​ການ​ເຈລະຈາ​ສັນຕິພາບ​ຂອງ​ເຊີ​ແນວ, ຜ່ານ​ການ​ແລກປ່ຽນ​ແລະສົນທະນາ​ຢ່າງ​ເຕັມ​ສ່ວນ, ພະຍາຍາມ​ບັນລຸ​ແຜນການ​ແກ້​ໄຂ​ທາງ​ການ​ເມືອງ​ທີ່​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດ​ຢ່າງ​ຍາວ​ນານ​ຂອງ​ປະຊາຊົນ​ຊີຣີ.

ທ່ານ ​ແຊ້ສຽວ​ຢຽນ ກ່າວ​ຕື່ມ​ວ່າ: ຈີນ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຕ່າງໆ​ຂອງປະຊາ​ຄົມ​ໂລກ​ລວມທັງ​ອົງການ​ສະຫະ​ປະຊາ​ຊາດຮັກສາ​ການ​ປະສານ​ສົມທົບ​ກັນຢ່າງ​​ໃກ້ຊິດ, ພະຍາ​ຍາມສູງ​ເພື່ອ​​ເຮັດໃຫ້ການ​ເຈລະຈາ​ສັນຕິພາບ​ເຊີ​ແນວ​​ໄດ້​ຮັບ​ຜົນສຳ​ເລັດ​​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ