ລາວ-ຈີນ ​ເຫັນ​ພ້ອມຮ່ວມມືຄຸ້ມ​ຄອງ​ປ່າ​ໄມ້​ໃຫ້​ຍືນ​ຍົງ
2017-03-23 11:06:07  cri 

ກະຊວງກະສິກຳ ແລະ ປ່າໄມ້ສປປ ລາວ ແລະ ອົງການປ່າໄມ້​ແຫ່ງ​ຊາດສປ ຈີນ ພ້ອມ​ພັດທະນາແລະຊຸກຍູ້​
ການ​ຮ່ວມມື​ດ້ານ​ປ່າ​ໄມ້ຫວັງ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ສອງ​ປະ​ເທດ​ກໍ​ຄື​ປະຊາຊົນ​ສອງ​ຊາດ​ລວມທັງ​ການ​ສະກັດ​
ກັ້ນບັນຫາ​ຕ່າງໆ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ເຊິ່ງຄວາມ​ພ້ອມ​ການ​ຮ່ວມ​ມື​ດັ່ງກ່າວ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ
​ເຂົ້າ​ໃຈ​ການ​ຮ່ວມ​ມື​ລະຫວ່າງທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະ ສິກຳແລະປ່າໄມ້​ແລະ
ທ່ານ ເຜິງ ໂຢຕົ່ງ ຮອງຫົວໜ້າອົງການ​ປ່າ​ໄມ້ແຫ່ງ​ຊາດຈີນຢູ່​ໂຮງ​ແຮມ​ດອນ​ຈັນ​ພາ ​ເລດ​ນະຄອນຫລວງ​ວຽງ
​ຈັນໂດຍ​ການເຂົ້າຮ່ວມ​ເປັນ​ສັກຂີ​ພະຍານ​ຂອງ​ທ່ານ ລຽນ ທິ​ແກ້ວ ລັດຖະມົນຕີ​ກະຊວງ​ກະສິກຳ-ປ່າ​ໄມ້ ສປປ
ລາວ ​ແລະ ​ເຈົ້າໜ້າ​ທີ່​ກ່ຽວ​ຂ້ອງ​ຂອງ​ສອງ​ຝ່າຍ.


ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ສປປ ລາວ ໄດ້ໃຫ້ສຳພາດ ນັກຂ່າວ
CRI ກ່ອນລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ການ​ຮ່ວມ​ມື​ດ້ານ​ປ່າ​ໄມ້​ລະຫວ່າງ​ລາວ-ຈີນ​ໃນ​ວັນ​ທີ 22 ມີນາ​ນີ້
ວ່າ:ກະຊວງຂອງ​ຕົນແລະອົງການ​ປ່າ​ໄມ້​ແຫ່ງ​ຊາດ​ສປຈີນ ໄດ້ປຶກສາຫາລືຍົກລະດັບການ ຮ່ວມມືດ້ານເຕັກນິກ​
ໂດຍ​ເນັ້ນຈັດຕັ້ງປະຕິບັດຢູ່ພາກເໜືອລາວເຊັ່ນ:ແຂວງຫລວງນ້ຳທາ,ອຸດົມໄຊ ແລະ ແຂວງບໍ່ແກ້ວພ້ອມທັງຈະ
ຂະຫຍາຍໄປແຂວງຜົ້ງສາລີຕື່ມ​ອີກ.ທັງ​ນີ້​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ການ ຮ່ວມ ມືດັ່ງກ່າວ​ໄດ້​ລະບຸ 8 ວຽກ
ຕົ້ນຕໍຄືຄຸ້ມຄອງປົກປັກຮັກສາປ່າໄມ້ໃຫ້ຍືນຍົງດ້ວຍການຟື້ນຟູປ່າ,ການປູກປ່າ, ຄຸ້ມຄອງແລະສະກັດກັ້ນໄຟ​ໄໝ້
ລາມປ່າຢູ່ເຂດຕ່າງໆໃນລາວ,ຮ່ວມມືສະກັດ​ກັ້ນການຄ້າຂາຍໄມ້ແລະ ສັດ ປ່າທີ່ຜິດກົດໝາຍຕາມຊາຍແດນ
ສອງປະເທດ,ຮ່ວມມືດ້ານປ່າໄມ້ຊາວບ້ານຢູ່ຊົນນະບົດ,ແກ້ໄຂຄວາມ ທຸກ ຍາກໂດຍການ​ມີ​ສ່ວນ​ຮ່ວມ​ຂອງປະ
ຊາຊົນ,ຮ່ວມມືຄົ້ນຄວ້າວິທະຍາສາດປ່າໄມ້,ການຈັດຕັ້ງປະຕິບັດກົດໝາຍ​ເພື່ອ​ສະກັດ​ກັ້ນການລັກລອບຄ້າຂາຍ
ໄມ້,ເຄື່ອງປ່າຂອງດົງ,ສັດນ້ຳ,ສັດປ່າ ແລະ ພ້ອມກັນສ້າງກົນໄກຮ່ວມມືກວດກາການລັກລອບຄ້າຂາຍສິ່ງທີ່ຜິດ
ກົດໝາຍຕາມຊາຍແດນ.ຂະນະ​ດຽວ​ກັນ​ກໍຈະພ້ອມກັນ ປະຕິບັດສົນທິສັນຍາສາກົນກ່ຽວກັບການຄ້າຂາຍພືດ​
ແລະສັດປ່າທີ່​ໃກ້ຈະສູນພັນ ແລະ ສົ່ງເສີມການລົງ ທຶນໃນອຸດສາຫະກຳປຸງແຕ່ງໄມ້ຢູ່ລາວເຊິ່ງວຽກ​ນີ້ໄດ້ສະ
ເໜີ​ໃຫ້ຈີນເປັນຜູ້ລະດົມນັກລົງທຶນຈີນມາລົງທຶນປຸງ ແຕ່ງຜະລິດຕະພັນໄມ້ສຳເລັດຮູບຢູ່ລາວເພື່ອສົ່ງອອກໄປ
ສປຈີນຕາມຄຳສັ່ງຂອງນາຍົກລັດຖະມົນຕີ​ລາວທີ່ ຫ້າມສົ່ງອອກໄມ້ທີ່ບໍ່ໄດ້ປຸງແຕ່ງເພື່ອສ້າງລາຍຮັບໃຫ້ແກ່ປະ
ເທດລວມທັງວຽກອື່ນໆທີ່ 2 ຝ່າຍເຫັນວ່າເປັນ ປະໂຫຍດຕໍ່ການຮ່ວມມືດ້ານ​ນີ້.​ພ້ອມ​ນີ້ກໍຈະສືບຕໍ່ຮ່ວມມືລົງ
ເລິກຈັດຕັ້ງປະຕິບັດໂຄງການໃຫ້ປາກົດຜົນ ເປັນຈິງ​ເຊິ່ງກະຊວງຂອງ​ຕົນພ້ອມຈະຖອດຖອນເອົາບົດຮຽນນໍາ
ຈີນຫລາຍໆດ້ານຕາມ​ທີ່ໄດ້ສະເໜີໃນການ ​ປຶກສາ​ຫາລືທັງການປູກ,ການຟື້ນຟູປ່າ ແລະ ການ​ໃຫ້ປະຊາຊົນ
ມີສ່ວນຮ່ວມໃນການຟື້ນຟູປ່າແລະອື່ນໆ.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ