ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ​ອາຊີ​ແມ່ນ​ບັນຫາ​ໃຈກາງ​ທີ່​ປະຊາຊົນ​ອາຊີ​ສົນ​ໃຈ​ທີ່​ສຸດ
2017-03-23 11:43:06  cri 
ຕາມ​ຂ່າວcri:ກອງ​ປະຊຸ​ມ​ໂຕະມົນ​ຜູ້ນຳ​ສື່​ມວນ​ຊົນ​ຂອງ​ກອງ​ປະຊຸມ​ປະຈຳ​ປີ 2017 ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ໄດ້​ເປີດ​ເຜີຍ​ຜົນ​ສຳ​ຫຼວດປະຊາຊົນແລະ​ການ​ນຳ​ສື່​ອາຊີ​ຫວ່າງ​ມໍ່ໆ​ນີ້ໂດຍ​ຊີ້​ໃຫ້​ເຫັນ​ວ່າ,ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ອາຊີ​ແມ່ນ​ບັນຫາ​ໃຈກາງ​ທີ່​ປະຊາຊົນ​ອາຊີສົນ​ໃຈ​ທີ່​ສຸດ​​​ຄື​ມີ​ຄວາມ​ສົນ​ໃຈຫຼາຍກວ່າ 40%.ຜົນ​ການ​ສຳ​ຫຼວດຍັງ​ຊີ້​ໃຫ້​ເຫັນ​ວ່າ,ຄວາມ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຈີນ​ໃຕ້​ແລະ​ບັນຫາ​ສິ່ງ​ແວດ​ລ້ອມ​ແລະ​ດິນ​ຟ້າ​ອາກາດ​ຂອງ​ພາກ​ພື້ນ​ອາຊີ​ແມ່ນ​ບັນຫາ​ຈຸດ​ສຸມ​ທີ່​ປະຊາຊົນ​ອາຊີ​ສົນ​ໃຈ​​ໂດຍ​ມີ​ຫຼາຍກວ່າ 30%.
ຜົນສຳ​ຫຼວດຍັງ​ຊີ້​ໃຫ້​ເຫັນຕື່ມ​ວ່າ​ປະຊາຊົນ​ອາຊີ​ສົນ​ໃຈ​ປະຫວັດສາດ,ວັດທະ ນະທຳ​ແລະ​ຮີດຄອງ​ປະ​ເພນີ​ຂອງ​ປະ​ເທດ​ອື່ນຫຼາຍຂຶ້ນ,ຂະນະ​ທີ່ປະຊາຊົນ​ແລະ​ການ​ນຳສື່​ອາຊີ​ເຫັນ​ວ່າ,ການ​ສ້າງ​ຕັ້ງ​ອົງການ​ຈັດ​ຕັ້ງ​ທີ່​ປະສານ​ງານ​ເປັນ​ເອກະ​ພາບ​ກັນ​ແລະ​ເວທີ​ແລກປ່ຽນ​ຮ່ວມ​ມື​ກັນ​ດ້ານ​ສື່​ນັ້ນ​ແມ່ນ​ວຽກ​ງານ​ທີ່​ສື່​ອາຊີ​ຕ້ອງ​ເພີ່ມທະວີ​ການ​ຮ່ວມ​ມື.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ