​ເກີດ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຢູ່​​ໃກ້​ຫໍ​ລັດຖະສະພາ​ອັງກິດ
2017-03-23 16:58:50  cri 
ຕາມ​ຂ່າວສານ​ຊິນ​ຮວາ:ຕອນ​ບ່າຍ​ວັນ​ທີ 22 ມີນາ​ນີ້,ຢູ່​​ໃກ້​ຫໍ​ລັດຖະສະພາ​ອັງກິດ​​ໃນນະຄອນຫຼວງລອນ​ດອນ​ໄດ້​ເກີດ​ເຫດການ​ໂຈມ​ຕີ​ກໍ່​ກາ​ນຮ້າຍ​ໂດຍຜູ້​ໂຈມ​ຕີ​ໄດ້​ຂັບລົດຍົນ​ຄັນ​ໜຶ່ງຕຳ​​ປະຊາຊົນ​​ເທິງ​ຂົວ​ເວັດ​ສມິນ​ສ​ເຕີ​​ໃກ້​ຫໍ​ລັດຖະສະພາ​​ໃນ​ນະຄອນຫຼວງລອນ​ດອນສົ່ງ​ຜົນ​ເຮັດ​ໃຫ້ຫຼາຍຄົນ​ລວມທັງ​ຕຳຫຼວດ 3 ຄົນ​ບາດ​ເຈັບ​ແລະ​ຫຼັງຕຳ​ຮົ້ວກັ້ນ​ທາງ​​ໃກ້​ຫໍ​ລັດຖະສະພາ,ຜູ້​ໂຈມ​ຕີ​​ໄດ້ລົງ​ຈາກ​ລົດ​​ແລະ​ໃຊ້​ມີດ​ໄລ່​ແທງ​ຄົນ​ເດີນທາງ​ທັງ​ມີ​ເຈຕະນາ​ເຂົ້າ​ຫໍ​ລັດຖະສະພາ​ແລະ​ໃນ​ຂະນະ​ໄລ່ແທງ​ເຈົ້າ​ໜ້າ​ທີ່​ຕຳຫຼວດຜູ້​ໜຶ່ງ​ທີ່​ຮັບຜິດຊອບ​ຮັກສາ​ຄວາມ​ສະຫງົບກໍ​ຖືກ​ວິສາມັນ​ຄາດ​ຕະກຳ​ຈົນ​ເສຍ​ຊີວິດ​ຄາ​ທີ່.
ຫຼັ​ເກີດ​ເຫດ​ກໍ​ໄດ້​ປິດຫໍລັດຖະສະພາ​ທີ່​ກຳລັງ​ປະຊຸມ​​ແລະ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ກໍໄດ້​ປິດ​ກັ້ນ​ບໍລິ​ເວນ​ໃກ້​ຄຽງ​ແລະ​ປິດ​ສະຖານີ​ລົດ​ໄຟ​ໃຕ້​ດິນ​ເວັດ​ສມິນ​ສ​ເຕີ​ທີ່ຢູ່​​ຂ້າງ​ຫໍ​ລັດຖະສະພາທັງ​ກ່າວ​ເຕືອນ​ບໍ່​ໃຫ້​ຄົນ​ເຂົ້າ​ໃກ້​ບໍລິ​ເວນ​ໃຈກາງ​ເມືອງ.
​ເຈົ້າ​ໜ້າ​ທີ່​ຕຳຫຼວດອັງກິດ​ເປີດ​ເຜີຍ​​ເມື່ອ​ຕອນ​ຄ່ຳ​ວັນ​ທີ 22 ມີນາ​ນີ້​ວ່າ,ມີ​ຜູ້​ເສຍ​ຊີວິດ​ຈາກ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​​ເພີ່ມ​ຂຶ້ນ​ເປັນ 5 ຄົນ​ແລະ​ອີກ​ປະມານ 40 ຄົນ​ບາດ​ເຈັບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ