ກະ​ແສ​ຂ່າວ​ທີ່​ຈີນ​ສ້າງ​ສະ​ຖາ​ນີ​ຕິດ​ຕາມ​ສິ່ງ​ແວດ​ລ້ອມ​ຢູ່​ເກາະ​ຮວງ​ຢຽນ​ນັ້ນ​ແມ່ນ​ຂ່າວ​ເທັດ
2017-03-23 16:14:23  cri 
    ຕາມ​ຂ່າວ​ສານ​ຈີນ: ທ່ານ​ນາງ ຮ​ວ້າ​ຊູ່ນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ກ່າວ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ເມື່ອ​ວັນ​ທີ 22 ມີ​ນານີ້​ວ່າ, ຈີນ​ເອົາ​ໃຈ​ໃສ່​ສູງ​ຕໍ່​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ຢູ່​ທະ​ເລ​ຈີນ​ໃຕ້ ເຊິ່ງ​ເປັນ​ເລື່ອງ​ທີ່​ບໍ່​​ມີ​ຫຍັງ​ສົງ​ໄສ. ແຕ່​ເມື່ອ​ຖາມພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ແລ້ວ​ຈຶ່ງ​ຮູ້​ວ່າ, ການ​ລາຍ​ງານ​ຂ່າວ​ຂອງ​ບາງ​ສື່​ມວນ​ຊົນກ່ຽວ​ກັບ​ຈີນ​ສ້າງ​ສະ​ຖາ​ນີ​ຕິດ​ຕາມ​ສິ່ງ​ແວດ​ລ້ອມ​ຢູ່​ເກາະ​ຮ​ວງ​ຢຽນ​ນັ້ນ ບໍ່​ແມ່ນ​ຄວາມ​ຈິງ​ແຕ່​ປະ​ການ​ໃດ.

    ທ່ານ​ນາງ ຮ​ວ້າ​ຊຸ່ນ​ຢິງ ກ່າວ​ຕື່ມ​ວ່າ: 'ຈີນ​ມີຫຼັກ​ໝັ້ນ​ຢ່າງ​ຈະ​ແຈ້ງ​ແລະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ກ່ຽວ​ກັບ​ເກາະ​ຮວງ​ຢຽນ, ຂະ​ນະ​ດຽວ​ກັນ ກໍ​ເອົາ​ໃຈ​ໃສ່​ສູງ​ຕໍ່​ສາຍ​ພົວ​ພັນ​ກັບ​ຟິ​ລິບ​ປິນ ແລະ​ທະ​​ນຸຖະ​ໜອມ​ທ່ວງ​ທ່າ​ທີ່​ດີ​ຂອງ​ການ​ຂະ​ຫຍາຍ​ສາ​ຍ​ພົວ​ພັ​ນ​ດັ່ງ​ກ່າວ​ໃນ​ປັ​ດ​ຈຸ​ບັນ ແລະ​ຈະ​ສື​ບ​ຕໍ່​ສຸມ​ໃສ່​ຊຸກ​ຍູ້​ໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​​ໃສ,ໜັກ​ແໜ້ນ ແລະ​ວ່ອງ​ໄວ.'
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ