ສ້າງ​ຕັ້ງ​ສູນ​ແລກ​ປ່ຽນ​ແລະ​ຄົ້ນ​ຄວ້າ​ວັດ​ທະ​ນະ​ທຳ​ຈີນ-ອິນ​ໂດ​ເນ​ເຊຍ​ຢູ່​ປັກ​ກິ່ງ
2017-03-23 16:17:51  cri 
    ພິ​ທີ​ສ້າງ​ຕັ້ງ​ສູນ​ແລກ​ປ່ຽນ​ແລະ​ຄົ້ນ​ຄວ້າ​ວັດ​ທະ​ນະ​ທຳ​ຈີນ-ອິນ​ໂດ​ເນ​ເຊຍ ໄດ້​ຈັດ​ຂຶ້ນ​​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ພາ​ສາ​ຕ່າງ​ປະ​ເທດປັກ​ກິ່ງໃນ​ວັນ​ທີ 22 ມີ​ນານີ້.

    ໂອ​ກາດ​ດັ່ງ​ກ່າວ, ທ່ານ ເພີງ​ລົງ ອະ​ທິ​ການ​ບໍ​ດີ​ມະ​ຫາ​ວິ​ທະ​ຍາ​ໄລ​ພາ​ສາ​ຕ່າງ​ປະ​ເທດ​ປັກ​ກິ່ງ​ກ່າວ​ວ່າ, ການ​ສ້າງ​ຕັ້ງ​ສູນ​ດັ່ງ​ກ່າວ ແມ່ນ​ມາດ​ຕະ​ການ​ສຳ​ຄັນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຕົນ​ໃນ​ການ​ສ້າງ​ອົງ​ການ​ໃຫ້​ຄຳ​ປຶກ​ສາ​ແບບ​ໃໝ່​ເພື່ອ​ຮັບ​ໃຊ້​ປະ​ເທດ​ຊາດ ແລະຫວັງ​ວ່າ​ໃນ​ອະ​ນາ​ຄົດ​ຈະ​ສາ​ມາດ​ຮ່ວມ​ມື​ກັບ​ໂຮງ​ຮຽນ​ຊັ້ນ​ສູງ​ອິນ​ໂດ​ເຊ​ເຊຍຫຼາຍກວ່າ​ເກົ່າ ແລະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການບຳ​ລຸງ​ສ້າງຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ດີ​ເດັ່ນຫຼາຍກວ່າ​ເກົ່າ ເພື່ອ​ເສີມ​ຂະ​ຫຍາຍ​ສາຍພົວ​ພັນສອງ​ຊາດ.

    ທ່ານ ໂຊ​ແກງ ຣາ​ຮາດ​ໂຈ ເອກ​ອັກ​ຄະ​ລັດ​ຖະ​ທູດ​ອິນ​ໂດ​ເນ​ເຊຍ​ປະ​ຈຳ​ຈີນ​ກ່າວ​ວ່າ, ໃນ​ອະ​ນາ​ຄົດ, ຈີນ​ແລະ​ອິນ​ໂດ​ເນ​ເຊຍ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ, ວິ​ສາ​ຫະ​ກິດ ແລະ​ອົງ​ການ​ຈັດ​ຕັ້ງ​ປະ​ຊາ​ຊົນ. ການ​ສ້າງ​ຕັ້ງ​ສູນ​ດັ່ງ​ກ່າວ ຈະ​ເຮັດ​ໃຫ້​ການ​ແລກ​ປ່ຽນ​ດ້ານ​ການ​ສຶກ​ສາ​ແລະ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ມີ​ພະ​ລັງ​ຊີ​ວິດ​ອີກ​ເທື່ອ​ໜຶ່ງ ແລະໃນ​ຕໍ່​​ໜ້າ ຈະ​ຈັດ​ກິດ​ຈະ​ກຳ​ຕ່າງໆ ເຊັ່​ນ​ຊຸດ​ອົບ​ຮົມ​ການ​ເຕັ້ນ​​ພື້ນ​ເມືອງ, ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ເປັນ​ຕົ້ນ ເພື່ອ​ຊຸກ​ຍູ້​ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ປະ​ຊ​າ​ຊົນສອງ​ປະ​ເທດ​ໃນ​ດ້ານ​ວັດ​ທະ​ນະ​ທຳຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ