ນາ​ຍົກ​ຈີນ​ເລີ່ມ​ຢ້ຽມ​ຢາມ​ອົ​ສ​ຕ​ຣາ​ລີ​ຢ່າງ​ເປັນ​ທາງ​ການ
2017-03-23 17:00:03  cri 

    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ ມານ​ໂຄມ ເທີນ​ບູ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອົ​ສ​ຕ​ຣາ​ລີ, ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ເດີນ​ທາງ​ເຖິງ​ສະ​ໜາມ​ບິນ​ແຄນ​ແບ​ຣາ​ດ້ວຍ​ເຮືອ​ບິນ​ພິ​ເສດ​ໃນ​ຕອນ​ຄ່ຳ​ວັນ​ທີ 22 ມີ​ນານີ້ ເຊິ່ງ​ເປັນ​ການເລີ່ມ​ຢ້ຽມ​ຢາມ​ປະ​ເທດ​ດັ່ງ​ກ່າວ​ຢ່າງ​ເປັນ​ທາງ​ການ ແລະ​ໃນ​ໄລ​ຍະ​ຢ້ຽມ​ຢາມ​ກໍ​ຈະ​ຈັດ​ການ​ພົບ​ປະ​ລະ​ຫວ່າງ​ນາ​ຍົກ​ສອງ​ປະ​ເທດ​ປ​ະ​ຈຳ​ປີ​ທີ 5.

    ໃນ​ໂອ​ກາດ​ຢ້ຽມ​ຢາມ, ທ່ານ ຫຼີ​ເຄີ້​ສຽງ ຈະ​ພົ​ບ​ປະ​ກັບ​ທ່ານ ເທີນ​ບູ ຫຼາຍ​ເທື່ອ ແລະ​ເຂົ້າ​ຮ່ວມເປັນ​ສັກ​ຂີ​ພິ​ຍານ​ໃຫ້​ແກ່​ການ​ເຊັນ​ເອ​ກະ​ສານ​ການ​ຮ່ວມ​ມື​ສອງ​ຝ່າຍ ແລະຖະ​ແຫຼງ​ຂ່າວ. ຂະ​ນະ​ດຽວ​ກັນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ສອງ​ປະ​ເທດ​ຍັງ​ຈະເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຜູ້​ນຳ​ແຂວງຂອງ​ຈີນ​ແລະລັດ​ຂອງ​ອົ​ສ​ຕ​ຣາ​ລີ​ຄັ້ງ​ທີ 2 ທີ່​ຈັດ​ຂຶ້ນ​ຢູ່​ຊິດ​ນີ, ກອງ​ປະ​ຊຸມ​ໂຕະ​ມົນ​ຂອງ CEO ວົງ​ການ​ການ​ຄ້າ​ຈີນ-ອົ​ສ​ຕ​ຣາ​ລີ, ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ອົ​ສ​ຕ​ຣາ​ລີ ແລະ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ​ອື່ນໆ. ນອກນີ້, ທ່ານ ຫຼີ​ເຄີ້​ສຽງ ຍັງ​ຈະເຂົ້າ​ຢ້ຽມ​ຄຳ​ນັບທ່ານ ປີ​ເຕີ ໂຄ​ສ​ໂກ​ຣ​ຟ ຜູ້​ສຳ​ເລັດ​ລາ​ຊະ​ການ​ອົ​ສ​ຕ​ຣາ​ລີ, ພົບ​ປະ​ທ່ານ ສະ​ເຕ​ເຟັນ ພາ​ຣີ ປະ​ທານ​ສະ​ພາ​ສູງ ແລະ​ທ່ານ ໂທ​ນີ ສ​ມິ​ສ ປະ​ທານ​ສະ​ພາ​ຕ່ຳ ລວມ​ທັງທ່ານ ບິວ ໂຊ​ເຕັນ ແລະ​ບຸກ​ຄົນ​ສຳ​ຄັນ​ດ້ານ​ການ​ເມືອງ​ຕື່ມ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ