ປະທານາທິບໍດີ​ປາ​ກິ​ສະຖານ​ຂອບ​ໃຈ​ກອງທັບ​ຈີນ​ທີ່​ຮ່ວມ​ພິທີ​ສວນສະໜາມ​ສະຫຼອງວັນຊາດ
2017-03-24 10:05:06  cri 
ທ່ານ​ມາ​ມນູນ ຮູ​ໄຊ​ອິນ ປະທານາທິບໍດີ​ປາ​ກິ​ສະຖານ​ກ່າວໃນ​ພິທີ​ສວນສະໜາມ​ສະຫຼອງ​ "ວັນ​ປາ​ກິ​ສະຖານ" ຫຼືວັນຊາດ​ປາ​ກິ​ສະຖານໃນ​ວັນ​ທີ 23 ມີນາ​ນີ້​ຢູ່​ນະຄອນຫຼວງ​ອິສລາມາ​ບັດ​ໂດຍໄດ້​ສະ​ແດງ​ຄວາມ​ຂອບ​ໃຈຕໍ່​ກອງທັບ​ຈີນ​ທີ່​ໄດ້​ເຂົ້າ​ໃນພິທີ​ດັ່ງກ່າວ.

ພິທີສວນສະໜາມ​ເພື່ອ​ສະຫຼອງ​ "ວັນ​ປາ​ກິ​ສະຖານ"​ໄດ້​ຈັດ​ຂຶ້ນຢ່າງ​ຍິ່ງ​ໃຫຍ່​ຢູ່​ນະຄອນຫຼວງ​ປະ​ເທດ​ດັ່ງກ່າວ​ໃນ​ຕອນ​ເຊົ້າ​ວັນ​ທີ 23 ມີນາ​ນີ້​ໂດຍ​ກອງດຸລິ​ຍາງ​ຈາກສາມ​ເຫຼົ່າ​ທັບ​ຂອງກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ຈຳນວນ 72 ຄົນ​ໄດ້​ເຂົ້າ​ຮ່ວມ​ ​ແລະກໍ​ເປັນ​ເທື່ອ​ທຳ​ອິດ​ທີ່​ກອງທັບ​ຈີນ​ເຂົ້າ​ຮ່ວມ​ພິທີ​ສວນ​ສະໜາມດັ່ງກ່າວ​ເພື່ອເປັນການ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງທ່ານ​ພົນ​​ເອກ​ຄາ​ມາ ຈາ​ເວັດ ບາ​ເຈ​ວາ ຫົວໜ້າ​​ເສນາ​ທິການກອງທັບ​ບົກ​ປາ​ກິ​ສະຖານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ