ແຂວງ​ຕຣາດປະ​ເທດ​ໄທສະຫຼອງວັນ​ກັບ​ຄືນ​ປະ​ເທດ​ຄົບ​ຮອບ 110 ປີ
2017-03-24 16:39:11  cri 
​​ແຂວງ​ຕຣາດທີ່ຢູ່​ທາງພາກ​ຕາ​ເວັນ​ອອກປະ​ເທດ​ໄທ​ໄດ້​ຈັດ​ພິທີ​​ສະຫຼອງ​​ກັບ​ຄືນ​ປະ​ເທດ​ໄທ​ຄົບຮອບ 110 ປີຢ່າງ​ຍິ່ງ​ໃຫຍ່​ໃນ​ວັນ​ທີ 23 ມີນາ​ນີ້​ໂດຍ​ມີ​ໝື່ນ​ຄົນ​ເຂົ້າ​ຮ່ວມ​.
ອີງ​ຕາມ​ສົນທິສັນຍາ​ຝຣັ່ງ-​ໄທ​ທີ່​ເຊັນ​ກັນ​ເມື່ອ​ປີ 1907,​ໄທ​ໄດ້​ເອົາ 3 ​ເຂດ​ທາງ​ບົກຄື​ພັດ​ຕະບອງ,ຊຽມລຽບ​ແລະ​ສີ​ໂສ​ພົນ​ທີ່​ມີ​ເນື້ອ​ທີ່​ເກືອບ 5 ໝື່ນ​ກິ​​ໂລ​ຕາ​ແມັດ​ທີ່​ຂຶ້ນ​ກັບປະ​ເທດ​ຕົນ​​ແລກ​​ເອົາ​ແຂວງ​ຕຣາດທີ່​ຢູ່​ແຄມ​ທະ​ເລ​​ແລະ​ມີ​ເນື້ອ​ທີ່​ພຽງ 3 ພັນ​ກິ​ໂລ​ຕາ​ແມັດ​ທີ່ຖືກ​ຝຣັ່ງຍຶດຄອງ​ກັບ​ຄືນ​​ໄດ້.
ສຳລັບພິທີ​ສະ​ຫຼອງ​​ແຂວງ​ຕຣາດກັບ​ຄືນ​ປະ​ເທດ​ໄທໃນ​ປີ​ນີ້ຈະ​ດຳ​ເນີນ​ແຕ່​ວັນ​ທີ 23 ​ເຖິງ​ວັນ​ທີ 27 ມີນາ​ນີ້​ໂດຍ​ຈະ​ຈັດ​ກິດຈະກຳ​ຕ່າງໆ​ເປັນ​ຕົ້ນ​ການສະ​ແດງ​ສິລະ​ປະວັດທະນະທຳ​ໄທ,ຮູ​ບພາບ​ປະຫວັດສາດ​​ແລະ​ຜົນສຳ​ເລັດ​ໃນການ​ພັດທະນາ​ເສດຖະກິດ​ປະ​ເທດ​ໄທ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ