ຣັດ​ເຊ​ຍປິດ​ 23000 ເວັບ​ໄຊ​ທີ່​ໂຄສະນາ​ແນວ​ຄິດ​ຮຸນ​ແຮງ
2017-03-24 16:58:24  cri 
ໜັງສືພິມ​ອານ-ອັກ​ບາ ປະ​ເທດຣັດ​ເຊຍ​ລາຍ​ງານ​ໃນ​ວັນ​ທີ 24 ມີນາ​ນີ້​ວ່າ,ຫວ່າງ​ມໍ່ໆ​ນີ້​ກົມ​ຕິດຕາມ​ຄຸ້ມຄ​​ອງ​ໂທລະ​ຄົມ​ສະຫະພັນຣັດ​ເຊຍ​ໄດ້​ປິດ 23​000 ​ເວັບ​ໄຊ​ທີ່ກ່ຽວ​ພັນ​ກັບ​ກຸ່ມ​ຫົວຮຸນ​​ແຮງ "​ໄອ​​ເອັດສ"​ເນື່ອງ​ຈາກ​ໂຄສະນາ​​ແນວຄິດ​ຮຸນ​ແຮງ​ແລະ​ລັດທິ​ກໍ່​ການ​ຮ້າຍ.
ຂ່າວ​ລາຍ​ງານ​ວ່າ,ກົມ​ດັ່ງກ່າວ​ໄດ້​ພົບ​ເຫັນ​ວີ​ດີ​ໂອ 5 ຕອນ​ທີ່​ກ່ຽວ​ພັບ​ກັບ​ລັດທິ​ກໍ່​ການ​ຮ້າຍ​​ໂດຍ​ມີຄົນ​ເຂົ້າ​ເບິ່ງ​ອ່າວ​ຫຼາຍ​ແລະ​ຖ່າຍ​ທຳ​​ໂດຍ​ກຸ່ມ​ໄອ​​ເອັດສ​ໃນຣັດ​ເຊຍ​ຂະນະ​ດຽວ​ກັນ​ກໍ​ຍັງ​ພົບ​ເຫັນ​ວາລະສານ​ພາສາຣັດ​ເຊຍ 7 ຫົວ​ທີ່​ກຸ່ມ​ໄອ​​ເອັດສພິມ​ຈຳໜ່າຍ​ຊົ່ວຄາວ​ເຊິ່ງ​ເວັບ​ໄຊ​ເຫຼົ່ານີ້​ຕົ້ນຕໍ​ຢູ່​ເວັບ​ໄຊ​ສື່​ອອນ​ໄລ​ທີ່​ມີ​ຊື່​ສຽງ​​ໃນ​ສາກົນ​ແລະ​ເວັບ​ໄຊ VK ສື່​ສັງຄົມ​ອອນ​ໄລ​ທີ່​ມີ​ຊື່​ສຽງ​​ໃນ​ປະ​ເທດ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ