ມີ​ຊາ​ວອົບ​ພະຍົບ 250 ຄົນຫາຍ​ສາບ​ສູນຫຼັງ​ກຳ​ປັ່ນ​ຫຼົ້ມ​ຢູ່​ເຂດ​ທະ​ເລ​ໃກ້ລີ​ບີ
2017-03-24 16:16:19  cri 
ຕາມ​ຂ່າວສານ​ຊິນ​ຮວາ: ອົງການ​ຊ່ວຍ​ເຫຼືອພົນລະ​ເມືອງ​ແອ​ສປາຍ​ເປີດ​ເຜີຍ​ໃນ​ວັນ​ທີ 23 ມີນາ​ນີ້​ວ່າ, ອົງການຕົນ​ໄດ້​ຄົ້ນ​ພົບ​ກຳ​ປັ່ນ​ທີ່​ບັນທຸກ​ຊາວ​ອົບ​ພະຍົບສອງ​ລຳ​ຫຼົ້ມ​ຢູ່​ເຂດ​ທະ​ເລ​ໃກ້​ລີ​ບີ ​ແລະ​ກໍຄາດ​ວ່າ​ມີ 250 ກວ່າ​ຄົນ​ຫາຍ​ສາບ​ສູນ ​ແລະ​ອາດ​ຈະບໍ່​ລອດ.

​ເຈົ້າ​ໜ້າ​ທີ່​ຊ່ວຍ​ເຫຼືອ​ໄດ້ເປີດ​ເຜີຍ​ວ່າ, ສາມາດ​ພົບ​ສົບ 5 ຄົນ​ຢູ່​ເຂດ​ທະ​ເລ​ໃກ້​ຈຸດກຳ​ປັ່ນ​ຫຼົ້ມ ​ແລະ​ຜູ້​ຖືກ​ເຄາະ​ຮ້າຍ​ມີ​ອາຍຸ​​ແຕ່ 16 ຫາ 25 ປີ. ຂະນະ​ດຽວ​ກັນ, ​ເຈົ້າ​ໜ໊າທີ່ອົງການ​ນີ້​ຍັງກ່າວ​ຕື່ມ​ວ່າ, ກຳ​ປັ່ນ​ໜຶ່ງ​ລຳ​ບັນທຸກໄດ້​ປະມານ 120 ກວ່າ​ຄົນ​ເທົ່າ​ນັ້ນ, ສ່ວນຊາວ​ອົບ​ພະຍົບທີ່​ຫາຍ​ສາບ​ສູນ​ອາດ​ຈະ​ຫຼາຍ​ກວ່າ 250 ຄົນ ​ແລະ​ອຸບັດ​ເຫດ​​ເກີດ​ຂຶ້ນມາ​ໄດ້​ກວ່າ​ໜຶ່ງແລ້ວ, ຈາກ​ນີ້​ຈິ່ງ​ເປັນ​ໄປ​ໄດ້​ທີ່ຜູ້​ຫາຍ​ສາ​ບສູນ​ອາດ​ຈະຢູ່​ລອດ​.

ສຳນັກງານ​​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ທີ່​ຮັບຜິດຊອບ​ວຽກ​ງານ​ຊາວ​ອົບ​ພະຍົບອົງການ​ສະຫະ​ປະຊາ​ຊາດ​ໄດ້​ສະ​ແດງ​ຄວາມ​ຕື່ນ​ຕົກ​ໃຈ​ຫຼັງ​ຈາກ​ການ​ເກີດ​ອຸບັດ​ເຫດ​ກຳ​ປັ່ນ​ຫຼົ້ມ​ໃນ​ຕອນ​ຄ່ຳ​ວັນ​ທີ 23 ມີນານີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ