ສ​ປ​ຊ ​ປະ​ນາມ​ການ​ໂຈມ​ຕີ​ແບບກໍ່​ການ​ຮ້າຍ​ຢູ່​ໃກ້ຕຶກ​ລັດ​ຖະ​ສະ​ພາ​ອັງ​ກິດ
2017-03-24 16:23:58  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ທ່ານ ຟາ​ຮານ ຮາກ ຮອງໂຄ​ສົກ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ໃນ​ວັນ​ທີ 23 ມີ​ນານີ້​ວ່າ, ໃນວັນ​ທີ 22 ມີ​ນານີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ອັນ​ໂຕ​ນີ​ໂອ ກູ​ເທີ​ເຣັ​ສ ໄດ້​ກ່າວ​ປະ​ນາມ​ເຫດ​ການຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ທີ່​ເກີດ​ຂຶ້ນ​ຢູ່​ໃກ້​ຕຶກ​ລັດ​ຖະ​ສະ​ພາ​ອັງ​ກິດ ແລະເຈົ້າ​ໜ້າ​ທີ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກໍ​ໄດ້​ກົ້ມ​ຫົວ​ໄວ້​ອາ​ໄລ​ເຖິງດວງວິນ​ຍານ​ຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ໃນ​ມື້​ດຽວ​ກັນ.

    ທ່ານ ຮາກ ກ່າວ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ວ່າ, ທ່ານ ກູ​ເທີ​ເຣັ​ສ ໄດ້​ສະ​ແດງ​ຄວາມ​ເຫັນ​ໃຈ​ດ້ວຍ​ຄວາມ​ຈິງ​ໃຈ​ຕໍ່​ຄອບ​ຄົວ​ຜູ້​ປະ​ສົບ​ເຄາະ​ຮາຍ ທັງ​ໄດ້ສະ​ແດງການ​ສະ​ໜັບ​ສະ​ໜັບ​ສະ​ໜູນ​ປະ​ຊາ​ຊົນ​ແລະ​ລັດ​ຖະ​ບານ​ອັງ​ກິດ​ໃນ​ການ​ຕໍ່​ຕ້ານ​ການກໍ່​ການ​ຮ້າຍ ແລະ​ອວຍ​ພອນ​ໃຫ້​ຜູ້​ບາດ​ເຈັບ​ຈົ່ງ​ມີ​ສຸ​ຂະ​ພາບ​​ແຂງ​ແຮງໂດຍ​ໄວ.

    ໃນ​ມື້​ດຽວ​ກັນ, ທ່ານ ໂບ​ຣິ​ສ ຈອນ​ຊັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອັງ​ກິດ ກ່າວ​ໃນ​ໂອ​ກາດ​ເປັນ​ປະ​ທານກອງ​ປະ​ຊຸມ​ໃນ​ນາມ​ປະ​ທານ​ໝູນ​ວຽນ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງປະ​ຈຳ​ເດືອນນີ້​ວ່າ, ຕາງ​ໜ້າ​ສະ​ພາ​ຄວາມ​ໝັ້ນ​ຄົງ ຂໍ​ກ່າວ​ປະ​ນາມ​ເຫດ​ການຫຼອນ​ໂຈມ​ຕີ​ແບບກໍ່​ການ​ຮ້າຍ​ຄັ້ງ​ນີ້​ຢ່າງ​ຮຸນ​ແຮງ ແລະ​ສະ​ແດງ​ຄວາມ​ເຫັນ​ໃຈ​ດ້ວຍ​ຄວາມ​ຈິງ​ໃຈ​ຕໍ່​ຄອບ​ຄົວ​ຜູ້​ປະ​ສົບ​ເຄາະ​ຮ້າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ