ຟິ​ລິບ​ປິນ​ແລະ​ມຽນ​ມາ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ​ແລະ​ຄວາມ​ປອດ​ໄພ​ດ້ານ​ອາ​ຫານ
2017-03-24 16:27:46  cri 
    ໜັງ​ສື​ພິມ​ສະ​ຕ້າ​ຂອງ​ຟິ​ລິ​ບ​ປິນ​ສະ​ບັບ​ວັນ​ທີ 23 ມີ​ນານີ້​ລາຍ​ງານ​ວ່າ, ກ່ອນ​ໜ້ານີ້​ບໍ່​ດົ​ນ, ທ່ານ ໂລດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ປະ​ເທດ​ຕົນ ໄດ້​ຢ້ຽມ​ຢາມ​ມຽນ​ມາ​ທາງ​ລັດ​ຖະ​ກິດ​ເປັນ​ເວ​ລາ 3 ວັນ ໂດຍ​ໄດ້​ພົບ​ປະ​ກັບ​ທ່ານ ທິນ​ຈໍ ປະ​ທາ​ນາ​ທິ​ບໍ​ດີ, ທ່ານ​ນາງ ອອງ​ຊານ​ຊູ​ຈີ ທີ່​ປຶກ​ສາ​ແຫ່ງ​ລັດ ແລະ​ທ່ານ​ອື່ນໆ ເພື່ອ​ປຶກ​ສາ​ຫາ​ລື​ວ່າຈະເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆ​ແນວ​ໃດ​.

    ທ່ານ ຣາ​ມົນ ໂລ​ເພັ​ສ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ແລະ​ອຸດ​ສາ​ຫະ​ກຳ​ຟິ​ລິບ​ປິນ​ກ່າວ​ວ່າ, ສອງ​ຝ່າຍ​ໄດ້​ລົງ​ເລິກ​ແລກ​ປ່ຽນ​ຍຸດ​ທະສາດ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ແລະ​ການ​ລົງ​ທຶນ, ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ລະ​ຫວ່າງວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ແລະ​ການ​ຊ່ວຍ​ເຫຼືອ​ດ້ານເຕັກ​ນິກ​ກະ​ສິ​ກຳ​ໂດຍ​ສະ​ເພາະ. ຂະ​ນະ​ດຽວ​ກັນ, ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ຂອງ​ອາ​ຫານ​ແລະ​​ກະ​ສິ​ກຳ ທັງເຫັນ​ດີ​ສົ່ງ​ຜູ້​ຊ່ຽວ​ຊານ​ດ້ານ​ກະ​ສິ​ກຳ, ສະ​ໜັບ​ສະ​ໜູນ​ເຕັກ​ນິກ​, ເພີ່ມ​ທະ​ວີ​ການ​ຍົກ​ລະ​ດັບ​ການ​ຄຸ້​ມ​ຄອງ ແລະ​ມາ​ດ​ຕະ​ການ​ອື່ນໆ ເພື່ອ​ຊຸກ​ຍູ້​ການ​ແລກ​ປ່ຽນ​ເຕັກ​ນິກ​ກະ​ສິ​ກຳ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ