ທ່ານຫຼີ້ເຄີ້ສຽງກ່າວປາໄສໃນກອງປະຊຸມເວທີປຶກສາຫາລືເສດຖະກິດການຄ້າຈີນ-ອົສຕຼາລີ
2017-03-25 11:25:55  cri 

ຕອນບ່າຍວັນທີ 24 ມີນານີ້, ທ່ານຫຼີ້ເຄີ້ສຽງ ນາຍົກລັດຖະມົນຕີຈີນແລະທ່ານມານໂຄມ ເຕັນບຸນ ນາຍົກລັດຖະມົນຕີອົສຕຼາລີໄດ້ຮ່ວມກັນເຂົ້າຮ່ວມກອງປະຊຸມການຮ່ວມມືເສດຖະກິດການຄ້າຈີນ-ອົດສຕຼາລີ. ທ່ານຫຼີ້ເຄີ້ສຽງໄດ້ກ່າວປາໄສໃນກອງປະຊຸມທີ່ມີບຸກຄົນໃນວົງການຕ່າງໆຈຳນວນ 500 ກວ່າຄົນເຂົ້າຮ່ວມຄັ້ງນີ້ ໂດຍໄດ້ສະແດງໃຫ້ເຫັນເຖິງທັດສະນະອັນເດັດດ່ຽວໃນການຍຶດໝັ້ນຊຸກຍູ້ຂະບວນການໂລກາພິວັດແລະການຄ້າເສລີ.

ທ່ານຫຼີ້ເຄີ້ສຽງກ່າວວ່າ, ປີຜ່ານມາ, ຈັງຫວະການເຕີບໂຕຂອງການຄ້າສາກົນຕໍ່າ ກວ່າຈັງຫວະການເຕີບໂຕຂອງເສດຖະກິດທົ່ວໂລກ ເຊິ່ງສະແດງໃຫ້ເຫັນວ່າ ລັດທິປົກປ້ອງການຄ້າພວມຟື້ນຕົວຄືນໃໝ່, ຄະນະທີ່ການຄ້າຈີນແລະອົຕຼາລີເຕີບໂຕກວ່າ 9%, ສູງກວ່າຈັງຫວະການເຕີບໂຕຂອງເສດຖະກິດທັງສອງປະເທດ ເຊິ່ງສະແດງໃຫ້ເຫັນວ່າ ການຄ້າເສສີໄດ້ສ້າງຄວາມຈະເລີນຮຸ່ງເຮືອງໃຫ້ແກ່ການຄ້າລະຫວ່າງຈີນກັບອົສຕຼາລີ. ນັບແຕ່ຈີນແລະອົສຕຼາລີເລີ່ມປະຕິບັດສັນຍາການຄ້າເສລີ 1 ປີກວ່າເປັນຕົ້ນມາ, ການຮ່ວມມືດ້ານເສດຖະກິດການຄ້າໄດ້ພັດ ທະນາເຂົ້າສູ່ລວງເລິກ. ໃນໄລຍະຢ້ຽມຢາມເທື່ອນີ້, ສອງຝ່າຍໄດ້ບັນລຸຄວາມເປັນເອກະພາບກັນຈຳນວນໜຶ່ງກ່ຽວກັບການເປີດກວ້າງຂົງເຂດການປະຕິບັດສັນຍາເສລີການຄ້າ ທັງເລີ່ມປຶກສາຫາລືການເປີດປະຕູຕໍ່ກັນຕື່ມອີກດ້ານການຄ້າການບໍລິການແລະການລົງທຶນ, ທັງນີ້ໄດ້ສະແດງໃຫ້ເຫັນເຖິງຄວາມປາຖະໜ້າອັນແຮງກ້າຂອງຈີນແລະອົສຕຼາ ລີທີ່ຊຸກຍູ້ການຄ້າເສລີດ້ວຍພຶດຕິກຳຕົວຈິງເພື່ອສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງຊາດໃຫ້ຫຼາຍກວ່າເກົ່າ.

ທ່ານມານໂຄມ ເຕັນບຸນ ນາຍົກລັດຖະມົນຕີອົສຕຼາລີກໍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງການຄ້າເສລີສອງຝ່າຍ, ແລະກ່າວວ່າ ຈະພະຍາຍາມຮ່ວມກັບຈີນເພື່ອຊຸກຍູ້ຂະບວນການເສດຖະກິດໂລກາພິວັດ ແລະຊຸກຍູ້ການເປີດກວ້າງຕະ ຫຼາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ