ກອງປະຊຸມເວທີປຶກສາຫາລືອາຊີໂປອາວປີ 2017 ຈັດຈຶ້ນ
2017-03-25 11:37:14  cri 

ກອງປະຊຸມເວທີປຶກສາຫາລືອາຊີໂປອາວປີ 2017 ໄດ້ຈັດຂຶ້ນຢູ່ເມືອງໂປອາວຂອງແຂວງໄຮຫຼໍາໃນຕອນເຊົ້າວັນທີ 25 ມີນານີ້ ໂດຍທ່ານຈ່າງກ່າວລີ ຮອງນາຍົກລັດຖະມົນ ຕີຈີນໄດ້ກ່າວປາໄສໃນພິທີໄຂກອງປະຊຸມ.

ທ່ານຈ່າວກ່າວລີ້ກ່າວວ່າ, ການພັດທະນາຂອງອາຊີຈະຕັດແຍກອອກຈາກໂລກບໍ່ໄດ້, ຄວາມຈະເລີນຮຸ່ງເຮືອງຂອງໂລກຈະຕັດແຍກອອກຈາກອາຊີບໍ່ໄດ້ເຊັ່ນດຽວກັນ. ຂະບວນການພັດທະນາຢ່າງວ່ອງໄວຂອງປະເທດຕ່າງໆໃນອາຊີໃນຫຼາຍສິບປີມານີ້ ກໍເປັນການເຂົ້າຮ່ວມຂະບວນການເສດຖະກິດໂລກາພິວັດຢ່າງບໍ່ຢຸດຢັ້ງ. ປະເທດໃນອາຊີເຂົ້າຮ່ວມຂະບວນການໂລກາພິວັດຢ່າງຕັ້ງໜ້າ ແລະສາມາດບັນລຸການພັດທະນາແບບກ້າວກະໂດດ, ເຊິ່ງເປັນການສ້າງ "ມະຫັດສະຈັນອາຊີ", ໄດ້ສ້າງ "ໂອກາດອາຊີ"ໃຫ້ແກ່ການຊຸກຍູ້ການເຕີບໂຕຂອງເສດຖະກິດໂລກ, ໄດ້ເດີນຕາມເສັ້ນທາງທັນສະໄໝທີ່ມີຈຸດພິເສດອາຊີ ແລະໄດ້ສະສົມ "ປະສົບການອາຊີ". ປະເທດໃນອາຊີແມ່ນຜູ້ສະໜັບສະໜູນຢ່າງເດັດດ່ຽວແລະຜູ້ເຂົ້າຮ່ວມຂະບວນການເສດຖະກິດໂລກາພິວັດແລະການຄ້າເສລີຢ່າງສະເໝີຕົ້ນສະເໝີປາຍ, ອາຊີໃນສູ່ມື້ນີ້ໄດ້ກາຍເປັນພາກພື້ນທີ່ມີຊີວິດຊີວາແລະກຳລັງບົ່ມຊ້ອນດ້ານການພັດທະນາຫຼາຍທີ່ສຸດໃນໂລກ.

ຂະບວນການເສດຖະກິດໂລກາພິວັດແມ່ນຄວາມຮຽກຮ້ອງພາວະວິໄສຂອງການພັດທະນາກຳລັງການຜະລິດຂອງສັງຄັມແລະຜົນທີ່ຕ້ອງເປັນໄປຂອງການກ້າວ ໜ້າຂອງວິທະຍາສາດເຕັກໂນໂລຊີ, ບັນດາປະເທດຄວນນຳໃຊ້ໂອກາດຕ່າງໆ, ຮ່ວມກັນຮັບມື້ກັບສິ່ງທ້າທາຍທຸກຢ່າງ ແລະນຳພາຂະບວນການເສດຖະກິດໂລກາພິວັດໄປສູ່ທິດທາງທີ່ດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ