ປະທານ​ປະ​ເທດ​ຈີນສົ່ງສານ​ຊົມ​ເຊີຍ​ການ​ໄຂ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວປະຈຳ​ປີ 2017
2017-03-25 11:21:42  cri 
​ກອງ​ປະຊຸມເວ​ທີ​ປຶກສາ​ຫາລື​ອາຊີ​​ໂປ​ອາວ​ປະຈຳ​ປີ 2017 ​ໄດ້​​ໄຂ​ຂຶ້ນ​ຢູ່​ແຂວງ​ໄຫ​ຫຼຳ ສປ ​ຈີນໃນວັນ​ທີ 25 ມີນາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ສົ່ງສານ​ຊົມ​ເຊີນ​ເຖິງ​ກອງ​ປະຊຸມ​ໂດຍກ່າວ​ວ່າ, ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ສ້າງ​ຕັ້ງ​ຂຶ້ນຕະຫຼອດ 16 ປີ​ມາ​ນີ້, ​ໄດ້ຈັ້ງ​ຕີນ​ຢູ່ອາຊີ, ຫັນ​ໜ້າ​​ສູ່​ທົ່ວ​ໂລກ, ​ແລະ​ສາມາດ​ເສີມ​ຂະຫຍາຍ​ບົດບາດທີ່​ສຳຄັນ​ໃນ​ການ​ເຕົ້າ​ໂຮມ​ຄວາມ​ເປັນ​ເອກະ​ພາບ​ກັນ, ຊຸກຍູ້​ການ​ຮ່ວມ​ມື​ແລະ​​ເສີມ​ຂະຫຍາຍ​ບົດບາດ​ຂອງ​ອາຊີ.

ປີ​ນີ້, ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​​ໄດ້​ເນັ້ນ​ຫົວ​ຂໍ້ "ຜະ​ເຊີນ​ໜ້າ​ກັບອະນາຄົດ​ທີ່​ໂລກາ​ພິວັດ​ແລະ​ການ​ຄ້າ​ເສລີ", ​​ເຊິ່ງໄດ້​ສະ​ແດງ​ໃຫ້​ເຫັນວ່າປະຊາ​ຄົມ​ໂລກ​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ອາຊີ​​ໄດ້ສົນ​ໃຈ​ນຳ​ບັນຫາ​ເສດຖະກິດ​ໂລກ​າພິວັດ. ຫວັງ​ວ່າ​ບັນດາ​ທ່ານທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຈະປະກອບ​ຄຳ​ເຫັນ​ເພື່ອ​ແກ້​ໄຂ​ບັນຫາ​ພົ້ນ​ເດັ່ນ​ທີ່​ເສດຖະກິດ​ພາກ​ພື້ນ​ແລະ​ເສດຖະກິດ​ໂລກ​ຜະ​ເຊີນ, ພ້ອມ​ທັງຮ່ວມ​ຊຸກຍູ້​ຂະ​ບວນການ​ເສດຖະກິດ​​ໂລກາ​ພິວັດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ມີ​ຊີວິດ​ຊີວາ, ກວມ​ລວມ​ແລະ​ພັດທະນາ​ແບບ​ຍືນ​ຍົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ