ນາຍົກ​ຈີນ​ແລະ​ອົສຕຣາລີຮ່ວມ​ກັນ​​ເຂົ້າ​ຮ່ວມພິທີ​ຖະ​ແຫຼ​ງຂ່າວ
2017-03-25 11:35:07  cri 
ຕອນ​ທ່ຽງ​ວັນ​ທີ 24 ມີນາ​ນີ້, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ແລະ​ທ່ານມາ​ຄອມ ​ເຕີນ​ບູນ  ນາຍົກລັດຖະມົນຕີອົສຕຣາລີ​​ໄດ້​ຮ່ວມ​ກັນ​​ເຂົ້າ​ຮ່ວມ​ພິທີຖະ​ແຫຼ​ງຂ່າວ​ແລະ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຫຼັງ​ການພົບປະຈຳ​ປີ​ລະຫວ່າງ​ນາຍົກລັດຖະມົນຕີຈີນ​ແລະ​ອົສຕຣາລີຄັ້ງ​ທີ 5.

ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ, ​ໂລກ​ປັດຈຸບັນມີ​ປັດ​ໄຈ​ບໍ່​ແນ່ນອນ​, ຈີນ​ແລະ​ອົສຕຼາລີ​ຄວນ​ຮ່ວມ​ກັນ​ປົກປ້ອງການ​ຄ້າ​ເສລີ, ຕັ້ງໜ້າ​ພິຈາລະນາ​ສັນຍາ​ການ​ຄ້າ​ເສລີ​ແລະ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ເປີດ​ກວ້າງ​ຂອບ​ເຂດການ​ຄ້າ​ແລະ​ການ​ລົງທຶນ, ​ເປີດ​ຍຸກ​ສະ​ໄໝ​ການ​ຄ້າ​ເສລີ​ຮອບດ້ານ​ລະຫວ່າງ​ຈີນແລະ​ອົສຕຼາລີ. ນອກນີ້ສອງ​ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກສາ​ແລະ​ວັດທະນະທຳ, ຮ່ວມ​ກັນ​ຊຸກຍູ້​ການແລກປ່ຽນແລະພັດທະນາຣ່ວມກັນ​ລະຫວ່ງວັດທະນະທຳ​ຕ່າງໆ​ຂອງ​ໂລກ​. ຫວັງ​ວ່າ​ສາຍ​ພົວພັນ​ລະຫວ່າງ​ຈີນ​ແລະ​ອົສຕຼາລີ​ບໍ່​​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ສອງ​ປະ​ເທດ​ເທົ່າ​ນັ້ນ, ​ແຕ່ກໍ​ມີ​ຜົນ​ດີ​ຕໍ່​ປະ​ເທດ​ອື່ນໆ​ພ້ອມ​ດ້ວຍສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນອີກ​ດ້ວຍ.

ທ່ານມາ​ຄອມ ​ເຕີນ​ບູນກ່າວ​ວ່າ, ກາ​ນພົບ​ປະກັບ​ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ເທື່ອ​ນີ້​ໄດ້​ຮັບ​ໝາກຜົນຢ່າງ​ຫຼວງ​ຫຼາຍ, ສອງ​ຝ່າຍ​ໄດ້​ສະຫຼຸບ​ຜົນງານ​ພັດທະນາ​ຂອງ​ສາຍພົວພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ 45 ປີຜ່ານມາ. ຂະນະ​ທີ່ການ​ປະຕິບັດ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ອົສຕຼາລີ-​ຈີນ​ໄດ້​ສ້າງ​ຜົນ​ປະ​ໂຫຍດໃຫ້​ແກ່​ສອງ​ປະ​ເທດຢ່າງ​ແທ້​ຈິງ. ​ແນວ​ໃດ​ກໍ​ດີອົສຕຼາລີ​ເອົາ​ໃຈ​ໃສ່​​ເສີມ​ຂະຫຍາຍ​ການ​ພົວພັນ​ກັບ​ຈີນມາ​ໂດຍ​ຕະຫຼອດ​, ທັງຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ຕ່າງໆ, ຮ່ວມ​ກັນ​ຊຸກຍູ້​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ