ປະທານາທິບໍດີ​ຟີ​ລິບ​ປິນຂອບ​ໃຈຈີນ​ທີ່ສະໜັບສະໜູນການພັ​ດທະນາ​ເສດຖະກິດ
2017-03-25 11:46:27  cri 
 ທ່ານໂຣດຣີ​ໂກ ດູເຕີ​ເຕ ປະທານາທິບໍດີ​ຟີ​ລິບ​ປີນ​ກ່າວ​ໃນ​ວັນ​ທີ 24 ມີນາ​ນີ້​ວ່າ, ການ​ຂະຫຍາຍ​ສາຍ​ພົວພັນ​ເສດຖະກິດ​ການ​ຄ້າ​ກັບ​ຈີນ​​ເພື່ອ​ແກ້​ໄຂ​ບັນຫາ​ຄວາມທຸກ​ຍາກ​ຂອງ​ປະ​ເທດ​ຕົນ​ແມ່ນ​ທາງ​ເລືອກ​ທີ່​ຖືກຕ້ອງ, ຂອບ​ໃຈ​ຈີນທີ່​ສະໜັບສະໜູນ​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ຕົນ.

ທັງ​ນີ້, ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຜູ້​ຕາງໜ້າ​ສະມາຄົມ​ນັກ​ທຸລະ​ກິດ​ຈີນ​ຟີ​ລິບ​ປີນ​ຢູ່​ນະ​ຄອນ​ຫຼວງ​ມະນີ​ລາ​ວັນ​ທີ 24 ມີນາ​ນີ້, ທ່ານດູເຕີ​ເຕ ກ່າວ​ວ່າ, ປະ​ເທດ​ໃດ​ໆ​ລ້ວນ​ແຕ່​ມີ​ສິດ​​ເລືອກ​​ໃຊ້​ວິທີ​​ແກ້​ໄຂ​ບັນຫາ​ຂອງ​ປະ​ເທດ​ຕົນ​ເໝາະ​ສົມ​ໂດຍ​ອີງ​ຕາມ​ວັດທະນະທຳ​ແລະ​ສະພາບ​ແວດ​ລ້ອມ​ຂອງ​ຕົນ. "ຟີ​ລິບ​ປີນ​ແມ່ນ​ປະ​ເທດ​ທີ່​ທຸກ​ຍາກ, ພວກ​ເຮົາ​ຕ້ອງ​ພັດທະນາ​ເສດຖ​ະກິດ, ສະ​ນັ້ນ​ຂ້າພະ​ເຈົ້າ​ຂໍ​ຄວາມຊ່ວຍ​ເຫຼືອ​ນຳປະ​ເທດ​ຈີນ, ​ແລະ​ພັດທະນາ​ການພົວພັນ​ເສດຖະກິດ​ການ​ຄ້າ​ກັບ​ຈີນ"

ທ່ານ ດູເຕີ​ເຕ ກ່າວຕື່ມ​ວ່າ, ຕົນ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ສຸດ​ຍອດ​ການ​ຮ່ວມ​ມື​ສາກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ທີ່​ຈະ​ຈັດ​ຂຶ້ນ​ຢູ່ນະຄອນຫຼວງປັກ​ກິ່ງ​ໃນ​ເດືອນ​ພຶດສະພາ​ປີ​ນີ້. "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແມ່ນ​ຂໍ້​ລິ​ເລີ່​ມທີ່​ເຕັມ​ໄປ​ດ້ວຍ "ອຸດົມ​ການ​ອັນ​ກຽງ​ໄກ​."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ