ທ່ານ​ຈ່າງ​ກ່າວ​ລີ້: ຈີນຈະ​ຕັ້ງໜ້າ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ຈີນ​-​ອາ​ຊຽນ
2017-03-25 12:26:10  cri 
ໃນ​ໂອກາດ​ກ່າວ​ປາ​ໄສ​ໃນ​ພິທີ​ເປີດ​ກອງ​ປະຊຸມເວທີ​ປຶ​ກສາ​ຫາລື​ອາຊີ​ໂປ​ອາວປີ 2017, ທ່ານ​ຈ່າງ​ກ່າວ​ລີ້, ຮອງ​ນາຍົກລັດຖະມົນຕີຈີນກ່າວ​ວ່າ, ປີ​ນີ້​ແມ່ນ​ການສ້າງ​ຕັ້ງ​ອາ​ຊຽນຂຶ້ນ​ຄົບຮອບ 50 ປີ, ​ແລະ​ການ​ສ້າງກົນ​ໄກ​ຮ່ວມ​ມື​ອາ​ຊຽນກັບ​ຈີນ, ຍີ່ປຸ່ນ​ແລະ​ສ.​ເກົາຫຼີຫຼື 10+3 ​ ​ຂຶ້ນ​ຄົບຮອບ 20 ປີ, ການ​ຮ່ວມ​ມື​ໃນພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ໄດ້ມາຢູ່​ຈຸດ​ເລີ່​ມຕົ້ນ​ໃໝ່. ພວກ​ເຮົາ​ຈະ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ຈີນ-ອາ​ຊຽນ, ການ​ຮ່ວມ​ມື​ອາ​ຊຽນກັບ​ຈີນ, ຍີ່ປຸ່ນ​ແລະ​ສ.​ເກົາຫຼີ, ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ, ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ, ການສົນທະນາ​​ແລະ​ຮ່ວມ​ມື​ອາຊີ​ແລະ​ອື່ນໆ​ເຊິ່ງ​ເປັນຂະ​ບວນການ​ຮ່ວມ​ມື​ພາກ​ພື້ນ​ພັດທະນາ​ເຂົ້າສູ່​ລວງ​ເລິກ, ຊຸກຍູ້​ອະນຸສັນຍາ​ການຍົກ​ລະດັບ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ໃຫ້ມີ​ຜົນ​ບັງຄັບ​ໃຊ້​ຢ່າງຮອບດ້ານ, ສຳ​ເລັດ​ການ​ເຈລະຈາ​ສັນຍາ​ການ​ພົວພັນ​ຄູ່​​ເສດຖະກິດ​ຮອບດ້ານ​ໃນ​ພາກ​ພື້ນ ຫຼື RCEP​ໂດຍ​ໄວ, ຕັ້ງໜ້າ​ຊຸກຍູ້​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ອາຊີ​ປາ​ຊີ​ຟິກ, ສ້າງ​ພື້ນຖານ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ການສ້າງ​ປະຊາ​ຄົມຮ່ວມ​ຊະຕາກຳ​ອາຊີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ