ທ່ານ​ຫຼີ​ເຄີ້ສຽງ​ຕ້ອນຮັບ​ການ​ເຂົ້າ​ພົບ​ຂອງ​ເຈົ້າ​ຄອງລັດນິວຊາວທ໌​ເວ​ວສ໌​ອົສຕຼາລີ
2017-03-26 16:16:15  cri 
ວັນ​ທີ 25 ມີນາ​ນີ້ ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ຕ້ອນຮັບ​ການ​ເຂົ້າ​ພົບ​ຂອງ​ທ່ານ​ກຼາດີ​ສ ​ເບ​ເຣຈິ​ຄຼຽນ ​ເຈົ້າ​ຄອງລັດນິວຊາວທ໌​ເວ​ວສ໌ (New South Wales)ຂອງ​ອົສຕຼາລີຢູ່​ນະຄອນ​ຊິດ​ນີ.

ທ່ານຫຼີ​ເຄີ້ສຽງ​ກ່າວ​ວ່າ: ຈີນ-ອົສຕຼາລີ​ສ້າງ​ສາຍ​ພົວພັນ​ທາງ​ການ​ທູດ​ເປັນ​​ເວລາ 45 ປີ​ມາ​ນີ້, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ຂະຫຍາຍຕົວ​ຢ່າງ​ຫຼວງ​ຫຼາຍ,ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ໃຫຍ່​ຫຼວງ,ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ຊາດ​ນັບ​ມື້​ນັບ​ແໜ້ນ​ແຟ້ນຂຶ້ນ​ຕື່ມ,ທັງໝົດ​ເຫຼົ່າ​ນີ້​ລ້ວນ​ແຕ່​ບໍ່​ສາມາດແຍກ​ອອກ​ຈາກການ​ສະໜັບສະໜູນ​ຂອງ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ລະຫວ່າງ​ທ້ອງ​ຖິ່ນ​ສອງ​ປະ​ເທດ. ​ໃນ​ໄລຍະທີ່​ຂ້າພະ​ເຈົ້າ​ຢ້ຽມຢາມ​ອົສຕຼາລີ​​ເທື່ອ​ນີ້,ສອງ​ປະ​ເທດ​ໄດ້​ມີ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ​ອັນ​ໃໝ່​ກ່ຽວ​ກັບ​ການ​ເປີດ​ກວ້າງ​ການ​ໄຂ​ປະຕູ​ໃນ​ຂົງ​ເຂດ​ບໍລິການ​ແລະ​ການ​ລົງທຶນ. ພວກ​​​ເຮົາ​ສົ່ງ​ເສີມ​ໃຫ້​ວິ​ສາ​ຫະກິດ​ຈີນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບລັດ​ນິວຊາວທ໌​ເວ​ວສ໌,​ເພີ່ມ​ການ​ແລກປ່ຽນ​ດ້ານ​ເສດຖະກິດ​ການ​ຄ້າ ການ​ລົງທຶນ ວັດທະນະທຳ​ ການ​ສຶກສາ ການທ່ອງທ່ຽວ​ແລະ​ອື່ນໆ. ການ​ໄຂ​ປະຕູ​ຕໍ່​ພາຍ​ນອກ​ຂອງ​ຈີນ​ກໍ​ຈະ​ນັບ​ມື້​ນັບ​ຂະຫຍາຍ​ກວ້າງ​ອອກ. ຫວັງ​ໃຫ້​ລັດນິວຊາວທ໌​ເວ​ວສ໌ອຳນວຍ​ສິ່ງ​ແວດ​ລ້ອມ​ທີ່​ດີແລະ​ຄວາມ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ​ຈີນ​ທີ່​ມາ​ລົງທຶນ​ແລະ​ດຳ​ເນີນ​ທຸລະ​ກິດ​ຢູ່​ນີ້.

ທ່ານ​ກຼາດີ​ສ ​ເບ​ເຣຈິ​ຄຼຽນກ່າວ​ວ່າ: ການ​ຢ້ຽມຢາມ​ຂອງ​ທ່ານ​ຫຼີ​ເຄີ້ສຽງ​ໃນ​ຄັ້ງ​ນີ້​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຫຼວງ​ຫຼາຍ ​ເຊິ່ງ​ໄດ້​​ເອື້ອ​ອຳນວຍ​ໂອກາດ​ໃໝ່​ໃຫ້​ແກ່​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ອົສຕຼາລີ​ກັບ​ຈີນ​ແລະ​ລົງ​ເລິກ​ການ​​ແລກປ່ຽນ​ແລະ​ຮ່ວມ​ມືລະຫວ່າງ​ລັດນິວຊາວທ໌​ເວ​ວສ໌ກັບ​ຈີນ. ລັດນິວຊາວທ໌​ເວ​ວສ໌​ທະນຸຖະໜອມມິດຕະພາບ​ອົສຕຼາລີ​-ຈີນ,ຍິນ​ດີ​ກຳ​ໂອກາດ​ທີ່​ຊຸກຍູ້​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ສອງ​ປະ​ເທດ,​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ຕົນ,ຂະຫຍາຍ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ ການ​ທະນາຄານ ສາທາລະນະ​ສຸກ ການ​ສຶກສາ ການທ່ອງທ່ຽວ​ແລະ​ອື່ນໆ. ຍິນ​ດີ​ຕ້ອນຮັບ​ວິ​ສາ​ຫະກິດ​ຈີນ​ຫຼາຍ​ກວ່າ​ເກົ່າ​ມາ​ລົງທຶນ​ຢູ່​ລັດນິວຊາວທ໌​ເວ​ວສ໌.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ