​ສະຫະພາບ​ເອີ​ຣົບລະນຶກການ​ລົງ​ນາມ​ໃນ"ສົນ​ທິສັນຍາ​ໂຣມ"ຄົບຮອບ 60 ປີ​
2017-03-26 16:22:52  cri 
ວັນ​ທີ 25 ມີນາ​ນີ້,​ ກອງ​ປະຊຸມ​ສຸດ​ຍອດ​ວິສາມັນ​ສະຫະພາບ​ເອີ​ຣົບ​ເພື່ອ​ລະນຶກການ​ລົງ​ນາມ​ໃນ"ສົນ​ທິສັນຍາ​ໂຣມ"ຄົບຮອບ 60 ປີ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງໂຣມຂອງ​ອີ​ຕາ​ລີ ​ເຊິ່ງມີ​ຫົວ​ຂໍ້​ວ່າ" ເອີຣົບ:ອະນາຄົດ​ຮ່ວມ​ຂອງ​ພວກ​ເຮົາ"​ ​ໂດຍ​ມີ​ຜູ້ນຳ​ຈາກ 27 ປະ​ເທດ​ສະມາຊິກ​ຂອງ​ສະຫະພາບ​ເອີ​ຣົບ​ນອກຈາກ​ອັງກິດ ພ້ອມ​ທັງ​ຜູ້ນຳ​ອົງການຕ່າງໆ​ສະຫະພາບ​ເອີຣົບ​ໄດ້​ເຂົ້າ​ຮ່ວມ​, ຫຼັງ​ກອງ​ປະຊຸມ, ຜູ້ນຳ 27 ປະ​ເທດ​ໄດ້​ລົງ​ນາມ​ໃນ"ຖະ​ແຫຼ​ງການ​ໂຣມ".

ທ່ານ​ພາວ​ໂລ ​ເຈນ​ຕິ​ໂລ​ນີ ນາຍົກລັດຖະມົນຕີອີຕາລີ​ເຊິ່ງ​ເປັນ​ເຈົ້າພາບ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້​​ໄດ້​ຫວນ​ຄືນ​ຂະ​ບວນວິວັດ​ການ​ຫັນ​ເອີຣົບ​ເປັນ​ເອກະ​ພົບ​ດຽວ,​ແລະ​ກ່າວ​ວ່າ,​ເພື່ອ​ສືບ​ຕໍ່​ຊຸກຍູ້​ພາລະກິດ​ທີ່​ຍິ່ງ​ໃຫຍ່​ດັ່ງກ່າວ,ປະ​ເທດ​ສະມາຊິກ​ສະຫະພາບ​ເອີ​ຣົບຕ້ອງ​ໃຫ້​ຄວາມ​ໝັ້ນ​ໃຈ​ແກ່​ປະຊາຊົນ​ຄືນ​ໃໝ່.

ວັນ​ທີ 25 ມີນາ​ປີ 1957, ​ແບນ​ຊິກ ຝຣັ່ງ ສະຫະພັນ​ເຢຍລະ​ມັນ ອີ​ຕາ​ລີ ​ໂຮ​ນລັງ​ແລະລຸກ​ຊຳ​ບວກ​ໄດ້​ຮ່ວມ​ກັນລົງ​ນາມ​ໃນ"ສົນ​ທິສັນຍາ​ໂຣມ"ຢູ່​ໂຣມ ເຊິ່ງ​ໄດ້​ເປັນ​ບາດກ້າວ​ສຳຄັນ​ໃນ​ຂະ​ບວນວິວັດ​ຫັນ​ເອີຣົບ​​ເປັນ​ເອກະ​ພົບ​ດຽວ ​ແລະ​ໄດ້​ສ້າງ​ພື້ນຖານ​ອັນ​ສຳຄັນ​ໃຫ້​ແກ່​ການ​ສ້າງສະຫະພາບ​ເອີຣົບຢ່າງ​ເປັນ​ທາງ​ການ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ