ບັນດາ​ປະ​ເທດ​ທີ່ຢູ່​ລຽບຕາມ​ທະ​ເລ​ຈີນ​ໃຕ້​ຄວນ​ລິ​ເລີ່​ມ​ແລະ​ສ້າງ​ກົນ​ໄກ​ຮ່ວມ​ມືທີ່​ກ່ຽວຂ້ອງ
2017-03-26 16:34:59  cri 
ຕາມ​ຂ່າວCRI: ວັນ​ທີ 25 ມີນາ​ນີ້, ທ່ານ​ຫຼິວ​ເຈີ້ນໝິນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ຢູ່​ນະຄອນ​ໂປ​ອາວ​ຂອງ​ແຂວງ​ໄຫ​ຫຼຳວ່າ, ບັນດາ​ປະ​ເທດ​ຕາມ​ແຄ​ມທະ​ເລ​ຈີນ​ໃຕ້​ຄວນ​ຕັ້ງ​ໜ້າຖອດ​ຖອນ​ບົດຮຽນຢ່າງ​ສໍາ​ເລັດ​ຜົນ​ຂອງ​ພາກ​ພື້ນ​ອື່ນໆ, ​ລິ​ເລີ່​ມ​ແລະ​ສ້າງ​ກົນ​ໄກ​ຮ່ວມ​ມື​ທີ່​ກ່ຽວຂ້ອງ, ​ໃນ​​ເງື່ອນ​ໄຂ​ທີ່​ບໍ່ກີດຂວາງ​ການ​ສະ​ເໜີ​ຂອງ​ຝ່າຍ​ຕ່າງໆ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເພື່ອ​ເພີ່ມ​ທະວີ​ຄວາມ​ສັກສິດ, ພ້ອມ​ທັງ​ຮ່ວມ​ມື​ແລະ​ຮ່ວມ​ກັນ​ຊົມ​ໃຊ້​ຜົນ​ປະ​ໂຫຍ​ດ.

ທ່ານ​ຫຼິວ​ເຈີ້ນ​ໝິນ​ໄດ້​ສະ​ແດງ​ຄວາມ​ເຫັນ​ດັ່ງກ່າວ​ໃນ​ເວລາ​ເຂົ້າ​ຮ່ວມ​ພິທີ​ເປີດ​ຂອງ​ເວທີ​ປຶ​ກສາ​ຫາລື​ສາຂາ​ທະ​ເລ​ຈີນ​ໃຕ້​ກອງ​ປະຊຸມ​ປະຈໍາປີ 2017 ຂອງ​​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ.

ທ່ານ​ຫຼິວ​ເຈີ້ນໝິນ​ໄດ້ປາຖະກະ​ຖາ​ທີ່​ມີ​ຈຸດປະສົງ​ຕົ້ນຕໍ​ວ່າ, ກົນ​​ໄກ​ຮ່ວມ​ມື​ທີ່​ກ່ຽວຂ້ອງ​ຄວນສອດ​ຄ່ອງ​ກັບ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ແລະ​ກົນ​ໄກ​ປຶກສາ​ຫາລື​ຫຼາຍ​ຝ່າຍ​ພາຍ​ໃຕ້​ຂອບ "ຄໍາຖະ​ແຫຼ​ງການ​ແຫ່ງ​ການ​ປະ​ພຶດຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້" ລະຫວ່າງ​ຈີນ​ກັບ​ບັນດາ​ປະທ​ະ​​ເທດຈີນ​ໃຕ້​ທີ່​ມີ​ຢູ່​ແລ້ວ​ໃນ​ປັດຈຸບັນ​ນີ້, ຈະ​ເປັນ​ການ​ເພີ່ມ​ຕື່ມ​ຂອງ​ຖະ​ແຫຼ​ງການ​ແລະ​ກົນ​ໄກ​ສອງ​ຝ່າຍ​ແລະ​ຫຼາຍ​ຝ່າຍ, ​ແລະ​ຈະ​ສະໜອງ​​ໃໝ່​ໃຫ້​ແກ່​ການ​ດໍາ​ເນີນການ​ຮ່ວມ​ມື​ດ້ານ​ເຕັກ​ໂນ​ໂລ​ຊີ​ທີ່​ກ່ຽວຂ້ອງ. ນອກ​ນີ້, ກົນ​ໄກ​ຮ່ວມ​ມື​ນີ້​ມີ​ຈຸດປະສົງ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕົວ​ຈິງ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ບໍ່​ກ່ຽວ​ກັບ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ.

ທ່ານ​ຫຼິວ​ເຈີ້ນ​ໝິນກ່າວ​ວ່າ, ບັນດາ​ປະ​ເທດ​ຕາມ​ແຄມ​ທະ​ເລ​ຈີນ​ໃຕ້​ດໍາ​ເນີນ​ການ​ຮ່ວມມື​ບໍ່​ມີ​ຜົນ​ກະທົບ​ຕໍ່​ປະ​ເທດ​ອະທິ​ປະ​ໄຕ​ທີ່​ກ່ຽວຂ້ອງ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ດ້ານ​ຜືນ​ແຜ່ນດິນ​ແລະ​ສິດຄຸ້ມ​ຄອງ​​ໂດຍ​ສັນຕິ​ດ້ວຍ​ການ​ເຈລະຈາ​ປຶກສາ​ຫາລື, ບໍ່​ມີ​ຜົນ​ກະ​ທົບ​ຕໍ່​ການສະ​ເໜີ​ແລະ​ຫຼັກ​ໝັ້ນ​ກ່ຽວ​ກັບ​ບັນຫາ​ທີ່​ກ່ຽວຂ້ອງ​ຂອງ​ປະ​ເທດ​ຕ່າງໆ. ຈີນ​ຍິນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ປະ​ສາ​ນງານ​ຕື່ມ​ອີ​ກກ່ຽວກັບ​ກົນ​ໄກ​ຮ່ວມ​ມື​ທີ່​ກ່ຽວຂ້ອງ​ກັບ​ຝ່າຍ​ຕ່າງໆ, ຍິນ​ດີກັບ​ບັນດາ​ປະ​ເທດ​ພາກພື້ນ​ໃຫ້​ຄວາມ​ເຫັນ​ແລະ​ການ​ສະ​ເໜີຕ່າງໆ.

ທ່ານ​ກ່າວ​ວ່າ, ນັບ​ແຕ່​ປີ 2016 ​ເປັນ​ຕົ້ນ​ມາ, ພາຍ​ໃຕ້​ຄວາມ​ພະຍາຍາມ​ຮ່ວມ​ກັນ​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ສະຖານະ​ການ​ຂອງ​ທະ​ເລ​ຈີນ​ໃຕ້​ໄດ້​ຮັກສາ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ພື້ນຖານ, ​ເລີ່​ມມີ​ທ່າ​ອ່ຽງທີ່​ມີ​ການ​ພັດທະນາ​ຢ່າງ​ດີ. ການ​​ເຮັດ​ໃຫ້​ເຂດ​ທະ​ເລ​ຈີນ​ໃຕ້​ມີ​ຄວາມ​ສັນຕິພາບ​ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ​ຢ່າງ​ຈະ​ເລີ​ນຮຸ່ງ​ເຮືອງ​ແມ່ນ​ຄວາມ​ຍິນ​ດີ​ແລະ​ໜ້າທີ່​ຮ່ວມ​ກັນ​ຂອງ​ບັນດາ​ປະ​ເທດ​ຕາມ​ແຄມ​ທະ​ເລຈີນ​ໃຕ້, ​ແມ່ນ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ບັນດາ​ປະ​ເທດ​ຕາມ​ແຄມ​ທະ​ເລ​ຈີນ​ໃຕ້. ປັດຈຸບັນ​ນີ້, ຄວນຊຸກຍູ້​ການ​ຮ່ວມມືລະຫວ່າງບັນດາ​ປະ​ເທດ​ຕາມ​ແຄມ​ທະ​ເລ​ຈີນ​​ໃຕ້​ເທື່ອ​ລະ​ກ້າວ. ບັນດາ​ປະ​ເທດ​ຕາມ​ແຄມ​ທະ​ເລ​ຈີນ​ໃຕ້​ຄວນ​ມີ​ຄວາມ​ກ້າ​ເຂົ້າ​ໃນ​ການ​ປະດິດ​ສ້າງ​ໃໝ່, ບຸກ​ເບີກ​ແນວ​ຄວາມ​ຄິດ, ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ຢ່າງ​​ເໝາະ​ສົມ, ສຸມ​​ໄສ​ການ​ຮ່ວມ​ມື, ສືບ​ຕໍ່​ເສີມ​ຂະຫຍາຍ​ມິດຕະພາບ​ຢ່າງ​ເປັນ​ມູນ​ເຊື້ອ, ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້, ຊຸກຍູ້​ການ​ຮ່ວມ​ມື, ການ​ພັດທະນາ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ນີ້.

ຊ່ຽວຊານ, ນັກ​ວິທະຍາສາດ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ທີ່​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ເຫັນ​ດີ​ໂດຍ​ທົ່ວ​ໄປ​ນໍາ​ການ​ວິນິດ​ໄສ​ຕໍ່​ສະຖານະ​ການ​ຂອງ​ທະ​ເລ​ຈີນ​ໃຕ້​​ໃນ​ປັດຈຸບັນ​ນີ້, ​ໄດ້​ດໍາ​ເນີນ​ການ​ປຶກສາ​ຫາລື​ຢ່າງ​ຕັ້ງໜ້າ​ກ່ຽວ​ກັບ​ການ​ລິ​ເລີ່​ມ​ແລະ​ສ້າງ​ກົນ​ໄກ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດຕາມ​ແຄມ​ທະ​ເລ​ຈີນ​ໃຕ້​ທີ່​ສະ​ເໜີ​ໂດຍ​ທ່ານ​ຫຼິວ​ເຈີ້ນ​ໝິນ, ​ເຫັນ​ວ່າ​ລະຫວ່າງ​ບັນດາ​ປະ​ເທດ​ຕາມ​ແຄມ​ທະ​ເລ​ຈີນ​ໃຕ້​ມີ​ມິດຕະພາບ​ອັນ​ມີ​ມູນ​ເຊື້​ອຕະຫຼອດ​ມາ, ປະ​ເທດ​ຕ່າງໆ​ຄວນຈິດ​ໜຶ່ງ​ໃຈ​ດຽວ​ພະຍາຍາມ​ຮ່ວມ​ກັນ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ຕົວ​ຈິງ​ກ່ຽວ​ກັບ​ວຽກ​ງານ​ເທິງ​ທະ​ເລ, ​ເພື່ອ​​ລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ບັນດາ​ປະ​ເທດ, ​ແລະ​ສ້າງ​ບັນຍາກາດ​ຢ່າງ​ດີ​ເພື່ອ​ການ​ແກ້​ໄ​ຂຄວາມ​ຂັດ​ແຍ່ງ​ທີ່​ກ່ຽວຂ້ອງ​ໃນ​ສຸດ​ທ້າຍ​ດ້ວຍ​ການ​ເຈລະຈາ​ແລະ​ປຶກສາ​ຫາລືລະຫວ່າງ​ປະ​ເທດ​ທີ່​ກ່ຽວຂ້ອງ​ໂດຍ​ກົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ