ກໍ່າ​ປັ່ນ "​ເຊ​ໂວ" ສ.​ເກົາຫຼີຖືກ​ເກັບ​ກູ້ຂຶ້ນ​ມາ​ຈາກ​ທະ​ເລ​​ແລ້ວ
2017-03-26 16:35:41  cri 
ຕາມ​ຂ່າວCRI: ຕອນ​ບ່າຍ​ວັນ​ທີ 25 ມີນາ​ນີ້, ຢູ່​ເຂດ​ທະ​ເລຂອງ​ບໍລິ​ເວນຕາ​ແສງ​ຈິນ​ໂດ​ແຂວງ​ເຈ​ນລຳ​ໂດ​ຂອງ​ສ.​ເກົາຫຼີ​ໄດ້​ແຈ້ງ​ຂ່າວ​ວ່າ, ກຳ​ປັ່ນ​ "​ເຊ​ໂວ" ທີ່​ຫຼົ້ມ​ແລະ​ຈົມ​ລົງ​ນ້ຳ​ນັ້ນ​ໄດ້​ຖືກ​ເກັບ​ກູ້​ຂຶ້ນ​ມາ​ຈາກ​ທະ​ເລ​ໄດ້​ສຳ​ເລັດ​ຜົນ​ເປັນ​ຢ່າງ​ດີ.

ວັນທີ 16 ​ເມສາ​ປີ 2014, ກຳ​ປັ່ນ​ໂດຍສານ​ຊື່ "​ເຊ​ໂວ" ທີ່​ໄດ້​ບັນທຸກຜູ້​ໂດຍສານ 476 ຄົນ​ໄດ້​ເກີດ​ອຸບັດ​ຕິ​ເຫດ​ຫຼົ້ມແລະ​ຈົມ​ລົງ​ຢູ່​ເຂດ​ທະ​ເລ​ພາກ​​ເໜືອ​ທີ່​ເກາະ​ບີ​ໂຢງ​ພົງ​ຂອງ​ຕາ​​ແສງ​ຈິນ​ໂດ​ແຂວງ​ເຈນ​ລຳ​ໂດ​ສ.​ເກົາຫຼີ, ​ມີພຽງ​ແຕ່ 172 ຄົນຢູ່​ເທິງ​ກຳ​ປັ່ນ​​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ແລະ​ລອດ​ຊີວິດ, 295 ຄົນ​ເສຍ​ຊີວິດ. ​ແລະ 9 ຄົນ​ຫາຍ​ສາບ​ສູນ​ຈົມ​ເຖິງ​ປັດຈຸບັນ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ