ເວທີ​ປຶກສາ​ຫາລື​ກ່ຽວ​ກັບທະ​ເລ​ຈີນ​ໃຕ້​ຂອງ​ກອງ​ປະຊຸມ​ປະຈຳ​ປີ 2017 ເວທີ​ປຶກສາ​ຫາລື​ອາຊີ​ໂປອາວ​ໄຂ​ຂຶ້ນ
2017-03-26 16:38:35  cri 



ຕາມ​ຂ່າວCRI: ຕອນ​ບ່າຍ​ວັນ​ທີ 25 ​ມີນາ​ນີ້, ​​​ເວທີ​ປຶກສາ​ຫາລື​ກ່ຽວ​ກັບ​ທະ​ເລ​ຈີນ​ໃຕ້​ຂອງ​ກອງ​ປະຊຸມ​ປະຈຳ​ປີ 2017 ເວທີ​ປຶກສາ​ຫາລື​ອາຊີ​ໂປອາວ​​​ໂດຍ​​ແມ່ນສະ​ຖາ​ບັນ​ຄົ້ນຄວ້າ​ທະ​ເລ​ຈີນ​ໃຕ້​ຈີນ​ເປັນ​ຜູ້​ຈັດ​ຂຶ້ນ. ​​ເຊິ່ງຈະ​ດຳ​​ເນີນ​ເປັນ​ເວ​ລາ 2 ວັນ, ​ພາຍ​ໃຕ້ມີ​ຫົວ​ຂໍ້​ "ການ​ກໍ່ສ້າງ​ເສັ້ນທາງ​​ໃສ​ໄໝ​ເທິງ​ທະ​ເລ​ແລະ​ການ​ພັດທະນາ​ຮ່ວມ​ກັນ​ໃນ​ອະນຸ​ພາກ​ພື້ນທະ​ເລ​ຈີນ​ໃຕ້​ໃນ​ສັດຕະ​ວັນ​ດທີ 21: ​ໂອກາດ​ແລະ​ການ​ຮ່ວມ​ມື​ພາຍ​ໃຕ້​ສະຖານະ​ການ​ໃໝ່". ມີ​​ແຂກ​ຜູ້​ມີ​ກຽດ, ນັກວິທະຍາສາດ​ເກືອບ 100 ຄົນ​ທີ່​ມາ​ຈາກ 10 ກວ່າ​ປະ​ເທດ​ແລະ​ເ​ຂດ​ແຄ້ວ​ນ​ໄດ້​ເຂົ້າ​ຮ່ວມ.



​ໃນ​ໄລຍະ​ດຳ​ເນີນ​ກອງ​ປະຊຸມ​ເປັນ​ເວລາ 2 ວັນນັ້ນ, ຊ່ຽວຊານ​ແລະ​ນັກວິທະຍາສາດ​ຈະ​ດຳ​ເນີນ​ການ​ຄົ້ນຄວ້າປຶກສາ​ຫາລື​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ຕາມ​ແຄມ​ທະ​ເລ​ຈີນ​ໃຕ້, ການ​ເຊື່ອມ​ຕໍ່​ດ້ານ​ຍຸດ​ທະ​ສາດ​ການ​ພັດທະນາ​ຂອງ​ເສັ້ນທາງ​​ສາຍໄໝ​​ເທິງ​ທະ​ເລ​ແລະ​ບັນດາ​ປະ​ເທດ​ຕາມ​ແຄມ​ທະ​ເລ​ຈີນ​ໃຕ້​ໃນ​ສັດຕະວັດ​ທີ 21.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ