ຮົງ​ກົງ​ໄດ້​ຜູ້​ວ່າການ​ເຂດ​ບໍລິຫານ​ພິ​ເສດ​​ເພດ​ຍິງ​ຄົນ​ທຳ​ອິດ
2017-03-27 11:27:26  cri 
ວັນ​ທີ 26 ມີນາ​ນີ້, ທ່ານ​ນາງ​ແຄຣີ​ແລມ​ແຈງເຢັດ​​ງໍໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຜູ້​ວ່າການ​ເຂດ​ບໍລິການ​ພິ​ເສດ​ຮົງ​ກົງສປຈີນ​ຊຸດ​ທີ 5 ຫຼັງ​ໄດ້​ຮັບ​ຄະ​ແນ​ນສຽງ​ 777 ສຽງ​ຈາກການ​ເລືອກ​ຕັ້ງ.

ຕາມ​ກົດໝາຍ​ພື້ນຖານ​ຮົງ​ກົງ​ແລະ​ກົດ​ລະບຽບ​ວ່າ​ດ້ວຍ​ການ​​ເລືອກ​ຕັ້ງ​ຜູ້​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງນັ້ນ,ຜູ້​ທີ່​ໄດ້​ຮັບ​ຄະ​ແນນ​ສຽງ​ຫຼາຍ​ກວ່າ 600 ສຽງ​ກໍ​ຈະ​ໄດ້​​ເປັນ​ຜູ້​ວ່າການ​ເຂດ​ບໍລິຫານ​ພິ​ເສດ​. ຂະນະ​ທີ່ຄະນະ​ກຳມະການ​ຄຸ້ມ​ຄອງ​ການ​ເລືອກ​ຕັ້ງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ຖະ​ແຫຼ​ງ​ໃນ​​ເວລາ 13 ​ໂມງ 20 ນາທີ​ຂອງ​ວັນ​ທີ 26 ມີນາ​ນີ້​ວ່າ: ທ່ານ​ນາງ​ແຄຣີ​ແລມ​ແຈງເຢັດງໍ​ໄດ້ຮັບຄະ​ແນນ​ສຽງ 777 ສຽງ, ສ່ວນທ່ານ​ຈອນ ຊາງຊຸນ​ວາ​ໄດ້ 365 ສຽງ​ແລະທ່ານ​ວູກອກ​ຮິງ​ໄດ້ 21 ສຽງ ຈາກ​ນີ້​ຈິ່ງ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່ານາງ​ແຄຣີ​ແລມ​ແຈງເຢັດງໍ ​ຈະ​ເປັນ​ຜູ້​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ຍິງ​ຄົນ​ທຳ​ອິດ.

ທ່ານ​ນາງ​ແຄຣີ​ແລມ​ແຈງ​ເຢັດ​ງໍທີ່​ປີ​ນີ້​ອາຍຸ 59 ປີ​ຢືນຢັນ​​ໃນຂະນະໃຫ້​ສຳພາດ​ນັກ​ຂ່າວ​ຫຼັງ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ວ່າ: ຕົນ​ຈະ​ສຸມ​ທຸກຄວາມ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ ​ຮັກສາ​ນະ​ໂຍບາຍ "ປະ​ເທດ​ດຽວ​ສອງ​ລະບອບ" ​ແລະ​ຍຶດໝັ້ນ​ອຸດົ​ມຄະຕິ​ຂອງ​ຊາວຮົງ​ກົງ, ຂະນະ​ທີ່​ວຽກ​ງານ​ສຳຄັນ​ອັນ​ດັບ​ໜຶ່ງ​ຫຼັງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຜູ້​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ກໍ​ຄື​​ເພີ່ມ​ທະວີ​ຄວາມສາມັກຄີ​ທົ່ວ​ສັງຄົມ​ຮົງ​ກົງ​ພ້ອມ​ກັນ​ກ້າວໜ້າ​ຂະຫຍາຍຕົວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ