ເກີດ​ເຫດ​ຍິງ​ກັນຢູ່ລັດ​ໂອ​ໄຮ​ໂອ​ອາ​ເມ​ລິ​ກາ ​ເສຍ​ຊີວິດ 1 ​ເຈັບ 14 ຄົນ​
2017-03-27 15:10:44  cri 

​​ເຫດ​ດັ່ງກ່າວ​ເກີດ​ຂຶ້ນຢູ່ໂຮງ​ລາຕີ​ບັນ​ເທີ​ງ​ແຫ່ງ​ໜຶ່ງ​ຢູ່​ເມືອງ​ຊິນ​ຊິນ​ນາ​ຕີ ລັດ​ໂອ​ໄຮ​ໂອ ສະຫະລັດ​ອາ​ເມ​ລິ​ກາ ​​ໃນ​ຕອນ​ຮຸ່ງ​ເຊົ້າວັນ​ທີ 26 ມີນາ​ນີ້ ສົ່ງ​ຜົນ​ເຮັດ​ໃຫ້ຢ່າງ​ໜ້ອຍ 1 ຄົນ​ເສຍ​ຊີວິດ, 14 ຄົນ​ໄດ້​ຮັບ​ບາດ​ເຈັ​ບ ​ແລະ​ມາ​ຮອດ​ປັດຈຸບັນ, ມື​ປືນຢ່າງ​ໜ້ອຍ​ໜຶ່ງ​ຄົນ​ໄດ້​ປົບ​ໜີ, ຂະນະ​ທີ່​ເຈົ້າໜ້າ​ທີ່​ຕຳຫຼວດພວມ​ສືບສວນ​ວ່າ​ມີ​ຜູ້​ກໍ່​ເຫດ​ອື່ນອີກຫຼືບໍ່.

ທ່ານ​ປາວ ນິວດີ​ກັດ ຮອງ​ຫົວໜ້າ​ສະຖານີ​ຕຳຫຼວດ​ເມືອງ​ຊິນ​ຊິນ​ນາ​ຕີ ກ່າວ​ວ່າ: ປັດຈຸບັນ​ສາມາດ​ຢືນຢັນ​ໄດ້​ວ່າ​ມີ​ມື​ປືນ​ພຽງ​ແຕ່ 1 ຄົນ​ເທົ່າ​ນັ້ນ. ຂະນະ​ດຽວ​ກັນ​ກໍ​ຍັງ​ບໍ່​ທັນ​ຈັບ​ຜູ້​ຕ້ອງ​ສົງ​ໄສ​ໄດ້​ຈັກ​ຄົນ​ເທື່ອ ​​ແລະ​ພວມ​ສືບສວນ-ສອບ​ສວນ ລວມທັງ​ໄດ້​ຖາມ​ຜູ້​ເຫັນ​ເຫດການ. ຂະນະ​ທີ່​ປັດຈຸບັນ​ບໍ່​ມີ​ສັນຍານ​ສະ​ແດງ​ໃຫ້​ເຫັນ​ວ່າ​ເຫດການ​ດັ່ງກ່າວ​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ລັດທິ​ກໍ່​ການ​ຮ້າຍ ​ແລະ​ກໍ​ບໍ່​ຮູ້​ເຈຕະນາ​ຂອງ​ຜູ້​ກໍ່​ເຫດ, ​ແຕ່​ເຈົ້າໜ້າ​ທີ່​ຕຳຫຼວດກໍ​ຖື​ເປັນຄະດີ​ອາຍາ.

ຜູ້​ເຫັນ​ເຫດການ​ຄົນ​ໜຶ່ງ​ໄດ້​ກ່າວ​ຕໍ່​​ນັກ​ຂ່າວໂທລະພາບ​ທ້ອງ​ຖິ່ນ​ວ່າ: ກ່ອນ​ຈະ​ເກີດ​ເຫດ​ປະມານ 10 ນາທີ, ຕົນ​ໄດ້​ຍິນຜູ້​ດຳ​ເນີນ​ລາຍການຂອງ​ໂຮງ​ບັນ​ເທີ​ງ​ເຕືອນລູກ​ຄ້າ​​ເພື່ອຄວາມ​ປອດ​ໄພ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ