ມາ​ເລ​ເຊຍ​ຈະ​ຫາ​ວິທີ​​ແກ້​ໄຂ​ບັນຫາ​ສົບ​ກິມຈົງ​ນາມ​ໃນ​ໄວໆ​ນີ້
2017-03-27 15:13:56  cri 

ທ່ານ​ຊູບຣາມາ​ນຽມ ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ມາ​ເລ​ເຊຍ ຢືນຢັນ​ໃນ​ວັນ​ທີ 26 ມີນາ​ນີ້​ວ່າ: ລັດຖະບານ​ປະ​ເທດ​ຕົນ​ຈະ​ຕົກລົງ​​ແກ້​ໄຂ​ບັນຫາ​ສົບ​ທ່ານ​ກິມຈົງ​ນາມ ຊາຍ ສປປ ​ເກົາຫຼີ ​ໃນ​ໄວໆ​ນີ້, ຂະນະ​ທີ່​ປັດຈຸບັນ​ຝ່າຍ​ຕ່າງໆພວມ​ປຶກສາກັນ ລວມທັງການ​ປຶກສາ​ກັນ​ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ​ແລະສຳນັກງານ​ນາຍົກລັດຖະມົນຕີປະ​ເທດ​ຕົນ ພ້ອມ​ທັງ​ປຶກສາ​ກັບລັດຖະບານ ສປປ ​ເກົາຫຼີອີກ​ດ້ວຍ. ​ປັດຈຸບັນ​ເຫັນ​ວ່າ​ໄດ້​ມີ​ການ​ຕົກລົງ​ສ່ວນ​ໜຶ່ງ​ແລ້ວ ​ແລະ​ຈະ​ປະກາດ​ຕໍ່​ພາຍ​ນອກ​ໃນ​ໄວໆ​ນີ້, ຂະນະ​ທີ່​ກະຊວງ​ສາທາລະນະ​ສຸກ​ກໍ​ຈະ​​ແກ້​ໄຂ​ບັນຫາສົບຂອງ​ຜູ້ກ່ຽວ​ຕາມ​ການ​ຕົກລົງ​ຂອງ​ລັດຖະບານ​ປະ​ເທດ​ຕົນ.

ທັງ​ນີ້ ​ເມື່ອ​ວັນ​ທີ 13 ກຸມພາຜ່ານມາ, ຊາຍ ສປປ​ ​ເກົາຫຼີ ຄົນ​ໜຶ່ງ​ໄດ້​​ເສຍ​ຊີວິດ​ຢູ່​ສະໜາມ​ບິນ​ສາກົນ​ນະຄອນຫຼວງກົວ​ລາ​ລຳ​ເປີ ​ແລະຈາກ​ນັ້ນມາ, ລັດຖະບານ​ມາ​ເລ​ເຊຍ ​ແລະ ລັດຖະບານ ສປປ ​ເກົາຫຼີ ​ໄດ້​ເກີດ​ຄວາມ​ຂັດ​ແຍ້​ງກັນ​ໃນ​ການ​ແກ້​ໄຂ​ບັນຫາ​ສົບ​ຂອງ​ຜູ້ກ່ຽວ​ ສົ່ງ​ຜົນ​​ເຮັດໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ເຄັ່ງ​ຕຶງ​ຂຶ້ນ​ໃນ​ຊົ່ວ​ໄລຍະ​ໜຶ່ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ