ເກີດ​ແຜ່ນດິນ​ໄຫວ​ສອງ​ເທື່ອ​ຕໍ່​ເນື່ອງຢູ່ເມືອງ​ຢ້າງ​ປີ້​ແຂວງ​ຢຸນນານຈີນ​
2017-03-27 15:17:07  cri 

​ເມືອງ​ຢ້າງ​ປີ້ ກິ່ງ​ແຂວງ​ປົກຄອງ​ຕົນ​ເອງ​ເຜົ່າ​ປາຍ​ຕ້າຫຼີ ​ແຂວງ​ຢຸນນານ ສປ ຈີນ ​ໄດ້​​ເກີດແຜ່ນດິນ​ໄຫວ​ສອງ​ເທື່ອ​ຕໍ່​ເນື່ອງ​ໃນ​ເວລາ 7:40 ​ໂມງ ​ແລະ 7:55 ​ໂມງ ຂອງ​ວັນ​ທີ 27 ມີນາ​ນີ້ ​ເຊິ່ງມີລະດັບ​ແຜ່ນດິນ​ໄຫວສູງ​ສຸດ 5,1 ລິກ​ເຕີ ​ໂດຍ​ຢູ່​ແຫ່ງ​ຕ່າງໆ​ຂອງ​ກິ່ງ​ແຂວງ​ຕ້າຫຼີຮູ້ສຶກ​ເຖິງ​ແຮງ​ສັ່ນ​ສະ​ເທືອ​ນຢ່າງ​ຈະ​ແຈ້ງ. ຂະນະ​ທີ່​ຫ້ອງການ​ຄະນະ​ພັກ​ເມືອງ​ຢ້າງ​ປີ້  ຢືນຢັນ​ວ່າ ປັດຈຸບັນ​ພວມ​ກວດກາ​ສະພາບຄວາມ​ເສຍ​ຫາຍ.

​ເຄືອ​ຂ່າຍ​ສະຖານີ​ແຜ່ນດິນ​ໄຫວ​ຈີນ​ກໍ​ໄດ້​ປະກາດ​ຜົນ​ການ​ຢັ່ງ​ແທກ​ຂອງ​ຕົນ​ວ່າ: ຢູ່​ເມືອງ​ຢ້າງ​ປີ້(​ເສັ້ນຂະໜານ​ເໜືອ 25,87 ອົງສາ ​ແລະ ​ເສັ້ນ​ແວງ​ຕາ​ເວັນ​ອອກ 99,83 ອົງສາ)ໄດ້​ເກີດ​ແຜ່ນດິນ​ໄຫວລະດັບ 4,7 ລິກ​ເຕີ​ໃນ​ເວລາ 7:40 ​ໂມງ​ຂອງ​ວັນ​ທີ 27 ມີນາ​ນີ້ ​​ໂດຍ​ຈຸດ​ສູນ​ກາງ​ແຜ່ນດິນ​ໄຫວ​ຢູ່​ເລິກ​ລົງ​​ໄປໃຕ້​ດິນ 12 ກິ​ໂລ​ແມັດ ​ແລະ​ຕໍ່​ມາ​ບໍ່​ດົນ ຄື ​ໃນ​ເວລາ 7:55 ນາທີຢູ່​ເມືອງ​ດັ່ງກ່າວ (​ເສັ້ນຂະໜານ​ເໜືອ 25,89 ອົງສາ ​ແລະ ​ເສັ້ນ​ແວງ​ຕາ​ເວັນ​ອອກ 99,80 ອົງສາ) ​ໄດ້​ເກີດ​ແຜ່ນດິນ​ໄຫວ​ລະດັບ 5,1 ລິກ​ເຕີ​ອີກ ​ໂດຍ​ຈຸດ​ສູນ​ກາງ​ແຜ່ນດິນ​ໄຫວ​​ຢູ່​ເລິກ​ລົງ​​ໄປໃຕ້​ດິນ 12 ກິ​ໂລ​ແມັດ​ເຊັ່ນ​ດຽວ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ