ຣັດ​ເຊຍ​ຜິດ​ຫວັງ​ຫຼັງ​ອາ​ເມ​ລິ​ກາຂວ້ຳ​ບາດ​​ໃໝ່
2017-03-27 11:15:28  cri 
ຫຼັງລັດຖະບານ​ອາ​ເມ​ລິ​ກາ​ໄດ້ປະກາດ​ໃນ​ວັນ​ທີ 25 ມີນາ​ນີ້​ດ້ວຍ​ການຂວ້ຳ​ບາດ 8 ​ວິ​ສາ​ຫະກິດທາ​ງການ​ທະຫານ​ຂອງຣັດ​ເຊຍ​ໃນ​ການລະ​ເມີດ​ລະບຽບ​ການ​ທີ່​ກ່ຽວ​ພັນ​ເຖິງ​ອີຣານ,ຊີຣີ​ແລະ​ ສປປ ​ເກົາຫຼີ ກ່ຽວ​ກັບ​ການ​ປ້ອງ​ກັນ​ການ​​ແຜ່​ຜາຍອາວຸດ​ລ້າງຜານຂະໜາດ​ໃຫຍ່. ​ແນວ​ໃດ​ກໍ​ດີການ​ຂວ້ຳ​ບາດ​ດັ່ງກ່າວ​ບໍ່​ໄດ້ມີ​ສ່ວນ​ພົວພັນ​ກັບ​ການ​ຂວ້ຳ​ບາດ​ທາງ​​ເສດຖະກິດ​ຂະໜາດ​ໃຫຍ່​ຕໍ່ຣັດ​ເຊຍ​ຫຼັງ​ປີ 2014, ທ່ານ ມາ​ເຣຍ ຈັກ​ຮາ​ໂຣວາ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ກ່າວ​ໃນ​ວັນ​ທີ 26 ​ເດືອນ​ດຽວ​ກັນ​ວ່າ: ລັດຖະບານ​ປະ​ເທດ​ຕົນບໍ່​ເຂົ້າ​ໃຈ​ແລະກໍ​ສະ​ແດງ​ຄວາມ​ຜິດ​ຫວັງ​ຕໍ່​ການ​ຕົກລົງ​ຂວ້ຳ​ບາດ​ 8 ​ວິ​ສາ​ຫະກິດ​ຂອງປະ​ເທດ​ຕົນ. ​ແຕ່​ແນ​ວ​ໃດ​ກໍ​ດີ​ມັນຈະ​ບໍ່​ມີ​ຜົນກະທົບ​ຕໍ່ຣັດ​ເຊຍຢ່າງ​ໜັກໜ່ວງ.

ທ່ານ ​ໂຄນ​ສຕານ​ຕິນ ​ໂຄ​ຊາ​ຊິ​ຟ ປະທານ​ຄະນະ​ກຳມະການ​ວຽກ​ງານ​ສາກົນ​ຂອງ​ສະພາ​ສູງຣັດ​ເຊຍ​ກ່າວ​ວ່າການ​ກະທຳ​ດັ່ງກ່າວ​ແມ່ນ​ການ​ປໍ​ລະ​ປັກຣັດ​ເຊຍ​ຢ່າງຈະ​ແຈ້ງ​ແລະ​ກໍເຫັນ​ວ່າ: ຈຸດ​ອ້າງ​ອີງຂອງ​ການ​ຂວ້ຳ​ບາດ​ບໍ່​ແມ່ນ "ສັນຍາ​ວ່າ​ດ້ວຍການບໍ່​ແຜ່​ຜາຍ​ອາວຸດ​ນິວ​ເຄລຍ", ຫາກ​ແມ່ນ​ກົດ​ລະບຽບກ່ຽວ​ກັບ​ການ​ບໍ່​ແຜ່​ຜາຍ​ອາວຸດ​ລ້າງຜານ​ຂະໜາດ​ໃຫຍ່​ທີ່​ອາ​ເມ​ລິ​ກາ​ວາງອອກ​​ເອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ